ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ 2019 ຢູ່ ຫວຽດນາມ - ຄຳພາວະນາເພື່ອໃຫ້ມີສັນຕິພາບ

(VOVWORLD) - ວັນທີ 28 ກໍລະກົດ ຈະມາເຖິງ, ກອງທຶນພົວພັນແລກປ່ຽນສາກົນ ຍີ່ປຸ່ນ ໄດ້ສົມທົບກັບສະຖານີໂທລະພາບ ຫວຽດນາມ ຈັດຕັ້ງ “ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ ປີ 2019 ຢູ່ ຫວຽດນາມ - ຄຳພາວະນາເພື່ອໃຫ້ມີສັນຕິພາບ”.

ລາຍການມີການເຂົ້າຮ່ວມສະແດງຂອງບັນດານັກສິລະປິນທີ່ມີຊື່ສຽງ ທີ່ຕາງໜ້າໃຫ້ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ. ນີ້ແມ່ນລາຍການນອນໃນບັນດາເຫດການ “ຮ່ວມສຽງດົນຕີ ອາຊີ 2019” ຂອງສູນ ອາຊີ, ກອງທຶນພົວພັນແລກປ່ຽນສາກົນ ຍີ່ປຸ່ນ, ພ້ອມທັງແມ່ນເຫດການສະເຫຼີມສະຫຼອງ “ວັນ ອາຊຽນ - ຍີ່ປຸ່ນ” ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ລິເລີ່ມຢູ່ກອງປະຊຸມສຸດຍອດ ຍີ່ປຸ່ນ - ອາຊຽນ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ