ງານມະໂຫລານດົນຕີອາຊຽນ 2019 ດຳເນີນຢູ່ຫາຍຟ່ອງ

(VOVWORLD) -“ງານມະໂຫລານດົນຕີອາຊຽນ 2019” ຈະດຳເນີນໃນລະຫວ່າງວັນທີ 25 – 31 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ ຫາຍຟ່ອງ, ກົງກັບໂອກາດຈັດງານບຸນດອກຝາງແດງ.

ງານມະໂຫລານຄັ້ງນີ້ມີ 7 ປະເທດອາຊຽນ ເຂົ້າຮ່ວມ, ລວມມີ: ກຳປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟິລິບປີນ, ໄທ, ຫວຽດນາມ. ພິທີໄຂ “ງານມະໂຫລານດົນຕີອາຊຽນ 2019” ຈະດຳເນີນໃນເວລາ 20 ໂມງ ວັນທີ 25 ພຶດສະພາ.

        ນີ້ແມ່ນເຫດການວັດທະນະທຳ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດວັດທະນະທຳສິລະປະລະຫ່ວາງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ເຫດການກໍ່ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ປະຊາຊົນບັນດາປະເທດໃນພາກພື້ນ ມີຄວາມເຂົ້າໃຈ, ສະໜິດຕິດພັນ, ສາມັກຄີກັນຫຼາຍກວ່າອີກ, ປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບພັດທະນາຢ່າງວັດທະນາຖາວອນ; ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນຫວຽດນາມ ແນະນຳ, ໂຄສະນາບັນດາຄຸນຄ່າທາງດ້ານດົນຕີທີ່ເປັນເອກະລັກສະເພາະຂອງຫວຽດນາມ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ