ງານມະໂຫລານຟ້ອນຕຸກກະຕາສາກົນຄັ້ງທີ V - ຮ່າໂນ້ຍ ປີ 2018

(VOVWORLD) - ເຂົ້າຮ່ວມງານມະໂຫລານປີນີ້ມີບັນດາຫົວໜ່ວຍສິລະປະກອນຟ້ອນຕຸກກະຕາດີເດັ່ນທີ່ມາຈາກທະວີບຕ່າງໆເຊິ່ງລວມມີ 7 ຫົວໜ່ວຍສາກົນ

ງານມະໂຫລານຟ້ອນຕຸກກະຕາສາກົນຄັ້ງທີ V - ຮ່າໂນ້ຍ ປີ 2018 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 8 – 15 ຕຸລາ. ເຂົ້າຮ່ວມງານມະໂຫລານປີນີ້ມີບັນດາຫົວໜ່ວຍສິລະປະກອນຟ້ອນຕຸກກະຕາດີເດັ່ນທີ່ມາຈາກທະວີບຕ່າງໆເຊິ່ງລວມມີ 7 ຫົວໜ່ວຍສາກົນ: ກຳປູເຈຍ, ລາວ, ຟິລິບປິນ, ໄທ, ເຂດ Wallonie Bruxelles (ລາຊະອານາຈັກ ແບນຊິກ), ຝລັ່ງ, ບຣາຊິນ ແລະ 4 ຫົວໜ່ວຍສິລະປະຟ້ອນຕຸກກະຕາອາຊີບຂອງປະເທດເຈົ້າພາບ ສສ ຫວຽດນາມ: ໂຮງລະຄອນຟ້ອນຕຸກກະຕາ ຫວຽດນາມ, ຄະນະສິລະປະຟ້ອນຕຸກກະຕາ ທັງລອງ - ຮ່າໂນ້ຍ; ຄະນະສິລະປະກອນຟ້ອນຕຸກກະຕາ ຫາຍຟ່ອງ; ຄະນະສິລະປະກອນຟ້ອນຕຸກກະຕາ ນະຄອນໂຮ່ຈີມິນ.

    ຄະນະຈັດຕັ້ງຈະເລືອກເຟັ້ນບັນດາລາຍການຟ້ອນທີ່ເປັນເອກະລັກສະເພາະຂອງບັນດາປະເທດເຂົ້າຮ່ວມ ເພື່ອຮັບໃຊ້ປະຊາຊົນຢູ່ແຂວງ ຫວີງຟຸກ ແລະ ແຂວງ ນີງບີ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ