ງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ,ກຳປູເຈຍ,ມຽນມາແລະໄທປີ2016

ງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ,ກຳປູເຈຍ,ມຽນມາແລະໄທປີ2016 - ảnh 1
ພາບປະກອບ

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 18 – 25/7/2016, ຢູ່​ສູນວັດທະນະທຳ​​ແຂວງ ກວາງ​ຈີ້, ​ໄດ້​ຈັດ​ຕັ້ງ “ງານ​ມະ​ໂຫລານ​ສິລະ​ປະ 5 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ - 2016”. ງານ​ມະ​ໂຫລານ​ຄັ້ງ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ 21 ຄະນະ​ສິລະ​ປະ​ໃນ​ນັ້ນ​ມີ 4 ຄະນະ​ສິລະ​ປະ​ຕ່າງປະ​ເທດ​ເຊິ່ງລວມມີ: ຄະນະ​ສີ​ລະ​ປະ​ລາຊະ​ອານາຈັກ ກຳ​ປູ​ເຈຍ, ຄະນະ​ສິລະ​ປະ​ແຫ່ງ​ຊາດ ລາວ, ຄະນະ​ສິລະ​ປະ ສະຫະພັນ ມຽນມາ, ຄະນະ​ສິລະ​ປະ​ລາຊະ​ອານາ​ຈັກ ​ໄທ. ບັນດາ​ຜະລິດ​ຕະພັນ​ສິລະ​ປະ​​ທີ່​ຈະ​ສະ​ແດງ​​ໃນ​ງານ​ມະ​ໂຫລານ ມີ​ເນື້ອ​ໃນ​ສະ​ແດງ​ຄວາ​ມງາມ​ຂອງ​ບ້ານ​ເກ​ີດ​ເມືອງ​ນອນ, ປະ​ເທດ​ຊາດ, ມະນຸດ, ຄວາມ​ເປັນ​ເອກະ​ລັດສະ​ເພາະ​ຂອງ​ແຕ່ລະ​ເຂດ​ພາກ, ບັນດາ​ຜົນງານ​ຂອງ​ຊາດ ທີ່​ບັນລຸ​ໄດ້​ໃນ​ອະ​ດິດຕະການ ​ແລະ ປະຈຸ​ບັນ​ຂອງ​ກຸ່ມ ​ອາ​ຊຽນ, ພິ​ເສດ​ແມ່ນ​ນນຳ້​ໃຈ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປະຊາ​ຄົມ​ອາ​ຊຽນ, ​ແນະນຳ, ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ, ສິລະ​ປະ, ປະ​ເທດ​ຊາດ, ຊາວ ຫວຽດນາມ ​ເຖິງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປິນປະ​ເທດ​ຕ່າງໆ​ໄດ້​ພົບ​ປະ, ພົວພັນ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນຂອງ​ກັນ​ໃນ​ການ​ອອກ​ແຮງ​ງານ, ປະດິດ​ຄິດ​ສ້າງ​ສິລະ​ປະ, ຮັບ​ເອົາ​ບັນດາ​ຄຸນ​ຄ່າທີ່​ເປັນ​ເອກະລັກ​ສະ​ເພາະ, ຈຸດ​ຍອດຍິງ​ໃນ​ສິລະ​ປະ​ຟ້ອນລຳ​ທຳ​ເພງ ຈາກ​ນັ້ນ​ເຮັດ​ໃຫ້​ສີ​ສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ, ​ເຂດ​ພາກ​ອຸດົມສົມ​ບຸນ​ຂຶ້ນ​ຕື່ມ​.

 


ຂ່າວ/ບົດ​ອື່ນ