ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຢູ່ກຳປູເຈຍ

ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຢູ່ກຳປູເຈຍ  - ảnh 1
ງານ​ມະ​ໂຫລານ​ສິ​ລະ​ປະ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊຽນ 2014 ຖືກ​ຈັດ​ຂຶ້ນຢູ່​ພະ​ນົມ​ເປັນ​ປະ​ເທດກຳ​ປູ​ເຈຍ

(vovworld)-  ງານ​ມະ​ໂຫລານ​ສິ​ລະ​ປະ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊຽນ 2014 ຖືກ​ຈັດ​ຂຶ້ນຢູ່​ພະ​ນົມ​ເປັນ​ປະ​ເທດກຳ​ປູ​ເຈຍແຕ່​ວັນ​ທີ 21/11 ຫາ​ວັນ​ທີ 23/11 . ທີ່​ງານ​ມະ​ໂຫລານ, ມີ​ບັນ​ດາ​ລາຍ​ການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ, ດົນ​ຕີ​ພື້ນ​ເມື​ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ແນະ​ນຳ​ສິ່ງ​ທີ່ຍອດ​ຍິ່ງ​ໃນ​ຂົງ​ເຂດ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຕົນ. ງານ​ມະ​ໂຫລານ​ສິ​ລະ​ປະ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊຽນ 2014 ຍັງ​ແມ່ນ​ໂອ​ກາດ​ຊ່ວຍ​ບັນ​ດາ​ນັກ​ສິ​ລະ​ປີນ​ອາ​ຊຽນ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຮັກ​ສາ ແລະ ພັດ​ທະ​ນາ​ວັນ​ທະ​ນະ​ທຳ​ຂອງ​ຕົນ. ຕ່າງ​ໜ້າ​ໃຫ້​ຫວຽດ​ນາມ ແມ່ນ​ຄະ​ນະ​ສິ​ລະ​ປະ​ກອນ ໂຮງ​ລະ​ຄອນ​ສິ​ລະ​ປະ​ເຫ້ວ ໄດ້​ເຂົ້າ​ຮ່ວມ ງານ​ມະ​ໂຫລານ​ສິ​ລະ​ປະ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊຽນ 2014 ຊຶ່ງ​ໄດ້​ສະ​ແດງ​ບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. 

ຂ່າວ/ບົດ​ອື່ນ