ງານມະໂຫລານຮູບເງົາຄັ້ງທີ 20 ຢູ່ ດ່າໜັງ ຈະມີລາງວັນຮູບເງົາ ອາຊຽນ

(VOVWORLD) - ຕອນບ່າຍວັນທີ 19 ຕຸລາ, ຢູ່ ດ່າໜັງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຕັ້ງການປະຊຸມຂ່າວ ແນະນຳງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20.
ງານມະໂຫລານຮູບເງົາຄັ້ງທີ 20 ຢູ່ ດ່າໜັງ ຈະມີລາງວັນຮູບເງົາ ອາຊຽນ - ảnh 1 ການປະຊຸມຂ່າວແນະນຳງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20

ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20 ຈະດຳເນີນແຕ່ວັນທີ 24 – 28 ພະຈິກ ຢູ່ນະຄອນ ດ່າໜັງ. ທີ່ການປະຊຸມຂ່າວແນະນຳງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20, ທ່ານ ເວືອງຢິວບຽນ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ:

        “ຈຸດໃໝ່ຂອງານມະໂຫລານຮູບເງົາຄັ້ງນີ້ ແມ່ນພວກເຮົາມີລາງວັນ ອາຊຽນ. ອາດເວົ້າໄດ້ວ່າ ນີ້ແມ່ນຂໍ້ລິເລີ່ມຂອງຮູບເງົາ ຫວຽດນາມ. ງານມະໂຫລານ ແມ່ນເຫດການວັດທະນະທຳສາກົນ ຂ່ຳນັບຮັບຕ້ອນ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ຢືນຢັນບົດບາດສຳຄັນຂອງຮູບເງົາໃນການໂຄສະນາເຜີຍແຜ່ຮູບພາບຂອງປະເທດ, ບັນດາຈຸດທີ່ເປັນເອກະລັກສະເພາະຂອງມູນເຊື້ອວັດທະນະທຳ ກໍ່ຄືການພົວພັນມິດຕະພາບລະຫວ່າງບັນດາປະເທດໃນປະຊາຄົມ ອາຊຽນ” . 

ຕອບກັບ

ຂ່າວ/ບົດ​ອື່ນ