ງານລ້ຽງຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດແລະອວຍພອນຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ12ຢູ່ອີຢິບ

ງານລ້ຽງຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດແລະອວຍພອນຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ12ຢູ່ອີຢິບ - ảnh 1
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຢິບ ຮັບຟັງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຍ​ໂຣ ແນະນຳຜົນງານຂອງກອງປະຊຸມໃຫຍ່ຄັ້ງທີ 12

(vovworld) – ຕອນ​ຄຳ່​ວັນ​ທີ 4/2, ສະຖານທູ​ດ ຫວຽດນາມ ປະຈຳ ກາຍ​ໂຣ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​​ຂຳ​່ນັບ​ຮັບ​ຕ້ອນ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ​ແລະ ຂຳ່ນັບ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງກອງ​ປະຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ອີ​ຢິບ ​ໂດ໋ຮ່ວາງ​ລອງ, ​ໄດ້​ແນະນຳ​ໂດຍ​ຫຍໍ້​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ປີຜ່ານມາ, ພິ​ເສດ​ແມ່ນ​ເນັ້ນ​ໜັກ​​ເຖິງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຜ່ານ​ນັ້ນ, ພັກ ​ແລະ ລັດ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ບັນດາ​ຄາດໝາຍ​ພັດທະນາ​ໃນ​ອາຍຸ​ການ 2016 – 2020 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ: ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ດ້ວຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຫັນບັນດາ​ການ​ພົວພັນ​ເປັນຫຼາຍ​ຮູບ​ຫຼາຍ​ແບບ… ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ 180 ປະ​ເທດ, ມີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ຄ້າ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ​​ເກືອບ​ທັງ​ໝົດ.


ຂ່າວ/ບົດ​ອື່ນ