ງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳ

(VOVWORLD) - ງານວາງສະແດງແມ່ນແຫ່ງສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນວິທີການ ແລະ ເຕັກໂນໂລຊີການຜະລິດທີ່ກ້າວໜ້າທັນສະໄໝ ມຸ່ງໄປສູ່ພື້ນຖານກະສິກຳພັດທະນາແບບຍືນຍົງລະຫວ່າງພື້ນຖານບັນດາພື້ນຖານເສດຖະກິດ APEC
ງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳ - ảnh 1 ບັນດາແຂກເຂົ້າຮ່ວມງານວາງສະແດງ

ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ການປຶກສາຫາລືນະໂຍບາຍຂັ້ນສູງກ່ຽວກັບຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕອນແລງວັນທີ 21 ສິງຫາ, ຢູ່ນະຄອນເກີ່ນເທີ, ໄດ້ເປີດງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳ. ງານວາງສະແດງແມ່ນແຫ່ງສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນວິທີການ ແລະ ເຕັກໂນໂລຊີການຜະລິດທີ່ກ້າວໜ້າທັນສະໄໝ ມຸ່ງໄປສູ່ພື້ນຖານກະສິກຳພັດທະນາແບບຍືນຍົງລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC. ທ່ານ ດ່າວແອັງຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງເກີ່ນເທີ, ໃຫ້ຮູ້ວ່າ:

        “ດ້ວຍເປົ້າໝາຍລວມແມ່ນມຸ່ງໄປສູ່ພື້ນຖານກະສິກຳຊີວະພາບ, ໝັ້ນຄົງ, ງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳແມ່ນໂອກາດເພື່ອໃຫ້ບັນດາພາກພື້ນເສດຖະກິດສະມາຊິກ APEC ແນະນຳຜະລິດຕະພັນກະສິກຳ, ເຕັກໂນໂລຊີໃໝ່ທີ່ທັນສະໄໝ ແລະ ຮັບມືກັບເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ, ພົບປະແລກປ່ຽນ, ແບ່ງປັນ, ແລກປ່ຽນບົດຮຽນ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດ ເພື່ອແນໃສ່ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດກະສິກຳ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ, ຕອບສະໜອງຄວາມຕ້ອງການກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ.”

ຕອບກັບ

ຂ່າວ/ບົດ​ອື່ນ