ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ”

(VOVWORLD) - ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືໃນການປ້ອງກັນຕ້ານອາດຊະຍາກຳລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 17 ສິງຫາ ຢູ່ຫໍພິພິທະພັນຕຳຫລວດປະຊາຊົນ.
ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” - ảnh 1 ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືໃນການປ້ອງກັນຕ້ານອາດຊະຍາກຳລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” (ພາບ:cand.com.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017”, “ປີມິດຕະພາບ ຫວຽດນາມ - ກຳ ປູເຈຍ 2017” ແລະ ສະເຫຼີມສະຫຼອງວັນມູນເຊື້ອກຳລັງຕຳຫລວດປະຊາຊົນ ຫວຽດນາມ ຄົບຮອບ 72 ປີ (19/08/1945 – 19/08/2017). ກ່າວຄຳເຫັນທີ່ພິທີໄຂ, ພົນໂທ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢືນຢັນວ່າ:

         “ຮູບພາບ ແລະ ເອກະສານ, ວັດຖຸພັນພົ້ນເດັ່ນເກືອບ 200 ຢ່າງໄດ້ນຳມາວາງສະແດງ. ນີ້ກໍ່ແມ່ນບັນດາເອກະສານໃກ້ຊິດ, ມີລັກສະນະເປັນຂີດໝາຍປະຫວັດສາດໃນນ້ຳໃຈມິດຕະພາບ, ຄວາມສາມັກຄີ 3 ປະເທດ. ບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ໄດ້ປຸກລຸກໃຫ້ຜູ້ຊົມມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາຜົນງານການປະຕິວັດລວມ, ກ່ຽວກັບນ້ຳໃຈມິດຕະພາບລະຫວ່າງກະຊວງພາຍໃນ ກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫລວດ ຫວຽດນາມ”.




ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” - ảnh 2

(ພາບ:cand.com.vn)

ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” - ảnh 3 ງານວາງສະແດງ “ການພົວພັນມິດຕະພາບ ແລະ ການຮ່ວມມືໃນການປ້ອງກັນຕ້ານອາດຊະຍາກຳລະຫວ່າງຕຳຫລວດ ຫວຽດນາມ - ລາວ - ກຳ ປູເຈຍ” (ພາບ:cand.com.vn)

ຕອບກັບ

ຂ່າວ/ບົດ​ອື່ນ