ງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບ ATK ຖ໋າຍງວຽນ”

(VOVWORLD) -ວັນທີ 17 ສິງຫາ, ທີ່ຫໍວັດທະນະທໍາ ກໍາມະກອນຂາງ ແລະເຫຼັກກ້າແຂວງຖ໋າຍງວຽນ, ຫໍພິພິທະພັນແຂວງຖ໋າຍງວຽນຂອງຫວຽດນາມ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນຂາງ ແລະເຫຼັກກ້າຖ໋າຍງວຽນ ຈັດຕັ້ງພິທີໄຂ ງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບ ATK ຖ໋າຍງວຽນ”. 

ງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບ ATK ຖ໋າຍງວຽນ” - ảnh 1 ພາບເອກະສານ: ພົນເອກຫວໍງວຽນຢາບ ຢ້ຽມຢາມບັນດາກົມກອງເສນາຮັກຍິງ ພິທີສວນສະໜາມເມື່ອ 1/5/1973

(ພາບເອກະສານ: Vu Tao/ TTXVN)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານບຸຍຮຸຍຕວານ, ຫົວໜ້າຫໍພິພິທະພັນຖ໋າຍງວຽນ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ແມ່ນການເຄື່ອນໄຫວເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາທ່ານພົນໂທ - ຜູ້ບັນຊາການສູງສຸດ ກອງທັງປະຊາຊົນຫວຽດນາມ, ລູກສິດຜູ້ດີເດັ່ນ ແລະ ສະໜິດສະໜົມຂອງປະທານໂຮ່ຈີມິນ. ຄຽງຄູ່ກັນນັ້ນ, ງານວາງສະແດງຍັງໂຄສະນາ, ປຸກລຸກໃຫ້ຄົນລຸ້ນໜຸ່ມໃນປັດຈຸບັນມີນໍ້າໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈຕໍ່ຊາດ, ແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນປັດຈຸບັນ.

        ງານວາງສະແດງຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ພະນັກງານ, ກໍາມະກອນ, ນັກຮຽນ, ນັກສຶກສາ, ປະຊາຊົນທ້ອງຖິ່ນ ໄປຢ້ຽມຊົມ, ຮໍ່າຮຽນ, ຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດແຫ່ງການເຄື່ອນໄຫວປະຕິວັດຂອງທ່ານພົນເອກ - ຜູ້ບັນຊາການສູງສຸດ ຫວໍງວຽນຢາບ.


ຕອບກັບ

ຂ່າວ/ບົດ​ອື່ນ