ງານວາງສະແດງ“ທາງໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ,ໄລຍະ 1961-1975“

ງານວາງສະແດງ“ທາງໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ,ໄລຍະ 1961-1975“ - ảnh 1
ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການຈັດ​ຕັ້ງ ງານ​ວາງສະ​ແດງ “
ທາງ​ ​ໂຮ່ຈີ​ມິນ ​ແຫ່ງ​ເທບ​ນິຍາຍ​ໃນ​ດິນ​ແດນ ​ລາວ, ​ໄລຍະ 1961-1975“

(vovworld) - ຕອນ​ເຊົ້າ​ວັນ​ທີ 23/9, ຢູ່​ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ປະຊາຊົນ ລາວ ທີ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການຈັດ​ຕັ້ງ ງານ​ວາງສະ​ແດງ “ທາງ​ ​ໂຮ່ຈີ​ມິນ ​ແຫ່ງ​ເທບ​ນິຍາຍ​ໃນ​ດິນ​ແດນ ​ລາວ, ​ໄລຍະ 1961-1975“ ​ໂດຍ​ສະຖານທູດ ຫວຽດນາມ​ ປະຈຳ ລາວ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ສົມທົບ​ກັນ​ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​ເປີດ​ເສັ້ນທາງ​ພູ​ຫຼວງ​ຕາ​ເວັນ​ຕົກ (1961-2016). ທີ່​ການ​ປະຊຸມ​ຂ່າວ, ພັນ​ເອກ ​ໄຊ​ສະໝອນ, ຫົວໜ້າກົມ​ໂຄສະນາອົບຮົມ-ກະຊວງ​ປ້ອງ​ກັນ​ປະ​ເທດ​ ລາວ, ​ໃຫ້​ຮູ້​ວ່າ, ງານ​ວາງສະ​ແດງ​ເພື່ອ​ແນ​ໃສ່​ຮັບ​ຮອງ​ຂອບ​ຂະໜາດ​ປະຫວັດສາດ, ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ເສັ້ນທາງ​ພູ​ຫຼວງ​ຕາ​ເວັນ​ຕົກ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ​ຂອງ​ສາມ​ປະ​ເທດ​ ອິນດູຈີນ​ ເວົ້າ​ລວມ ​ແລະ ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເວົ້າ​ສະ​ເພາະ


ພັນ​ເອກ ​ໄຊ​ສະໝອນ, ຫົວໜ້າກົມ​
ໂຄສະນາອົບຮົມ-ກະຊວງ​ປ້ອງ​ກັນ​ປະ​ເທດ​ ລາວ

    ງານ​ວາງສະ​ແດງ​ປະກອບ​ດ້ວຍ​ຮູບ​ພາບ 80 ​ແຜ່ນ​ຂອງ​ບັນດາ​ນັກ​ຂ່າວ​ສະໜາມຮົບ, ​ເຊິ່ງ​ໄດ້​ວາດ​ພາບ​ໄລຍະ​ປະຫວັດສາດ​ອັນ​ສະຫງ່າ​ອົງອາດ​ແຕ່​ປີ 1961-1975. ງານ​ວາງສະ​ແດງ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 26/9 ຈະ​ມາ​ເຖິງ ​ແລະ ຄາດ​ວ່າ​ຈະ​ມີ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ​ ຫວຽດນາມ, ລາວ ​ຫຼາຍ​ທ່ານ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ນີ້.

 

ຂ່າວ/ບົດ​ອື່ນ