ງານວາງສະແດງບັນດາພາບຖ່າຍງາມກ່ຽວກັບປະເທດ, ປະຊາຊົນ ອາຊຽນ

(VOVWORLD) - ຕອນບ່າຍວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງໄຂງານວາງສະແດງ ພາບຖ່າຍ “ປະເທດຊາດ, ປະຊາຊົນ ອາຊຽນ”. 
ງານວາງສະແດງບັນດາພາບຖ່າຍງາມກ່ຽວກັບປະເທດ, ປະຊາຊົນ ອາຊຽນ - ảnh 1ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍ 

ນີ້ແມ່ນການເຄື່ອນໄຫວມີຄວາມໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ງານວາງສະແດງໄດ້ແນະນຳພາບຖ່າຍ 230 ແຜ່ນຂອງບັນດານັກຖ່າຍຮູບມາຈາກ 10 ປະເທດ ອາຊຽນ ທີ່ໄດ້ຮັບການເລືອກເຟັ້ນຈາກພາບຖ່າຍ 10.000 ແຜ່ນເຂົ້າຮ່ວມການປະກວດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:

        “ງານວາງສະແດງແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ແມ່ນວັນບຸນຂອງບັນດານັກຖ່າຍຮູບ ອາຊຽນ ແລະ ແມ່ນໂອກາດເພື່ອໃຫ້ບັນດານັກຖ່າຍຮູບ ຫວຽດນາມ ແລະ ອາຊຽນ ໄດ້ພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນ ແລະ ປະດິດຄິດສ້າງ. ງານວາງສະແດງແນະນຳກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ເສດຖະກິດ, ສັງຄົມ, ບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນໃນກຸ່ມອາຊຽນ. ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮ່ວມສຳພັນບັນດາປະເທດຊາດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາ, ພາກພື້ນແຫ່ງສັນຕິພາບ ແລະ ວັດທະນາຖາວອນ.”

ຕອບກັບ

ຂ່າວ/ບົດ​ອື່ນ