ງານວາງສະແດງພາບຖ່າຍມໍລະດົກຫວຽດນາມປີ2016

ງານວາງສະແດງພາບຖ່າຍມໍລະດົກຫວຽດນາມປີ2016 - ảnh 1
​ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ຫວຽດ​ນາມ​ປີ 2016 ດຶງ​ດູດ​ແຂກ​ມາ​ຊົມ
ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:baomoi

(vovworld)- ຕອນ​ເຊົ້າ​ວັນ​ທີ 23/10, ຢູ່ ນະ​ຄອນ ຟານ​ທຽດ ແຂວງ ບີງ​ທ້ວນ, ວາ​ລະ​ສານ Vietnam Heritage ​ຂຶ້ນ​ກັບ​ສະ​ມາ​ຄົມ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ຫວຽດນາມ ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ບີງ​ທ້ວນ ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ຫວຽດ​ນາມ​ປີ 2016. ງານ​ວາງ​ສະ​ແດງ​ພາບ​​ຖ່າຍມໍ​ລະ​ດົກ​ຫວ​ຽດ​ນາມ​ປີ 2016 ແມ່ນ​ສຸມ​ໃສ່ 5 ຫົວ​ເລື່ອງ, ໃນ​ນັ້ນ ມີ​ຫົວ​ເລື່ອງ​ພິ​ເສດ​ແມ່ນ: “ບັນ​ດາ​ສາຍ​ແມ່​ນ້ຳ​ຫວຽດ​ນາມ” ແລະ 4 ຫົວ​ເລື່ອງ​ຍັງ​ເຫລືອນັ້ນ​ແມ່ນ: ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ, ວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງ, ຊີ​ວິດ​ການ​ເປັນ​ຢູ່. ຕາມ​ຄະ​ນະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແລ້ວ, ມີ​ພາບ​ຖ່າຍ 5.446 ແຜ່ນ​ຂອງ​ນັກ​ຖ່າຍ​ຮູບ 507 ຄົນໄດ້​ສົ່ງ​ເຖິງ​ງານ​ວາງ​ສະ​ແດງ, ໃນ​ນັ້ນ​ມີ​ນັກ​ຖ່າຍ​ຮູບ​ຊາວ​ຕ່າງ​ປະ​ເທດ 14 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ