ງານວາງສະແດງພາບປຸກລະດົມມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ

ງານວາງສະແດງພາບປຸກລະດົມມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ - ảnh 1
(ງານວາງສະແດງພາບປຸກລະດົມ)

(vovworld) - ວັນ​ທີ 28/04, ຢູ່​ນະ​ຄອນ ບວນ​ມາ​ທວດ, ໄດ້​ຈ​ັດ “ງານ​ວາງ​ສະ​ແດງ​ພາບ​ປຸກ​ລະ​ດົມ ແລະ ງານ​ມະ​ໂຫລາ​ນ​ໂຄ​ສະ​ນາ​ເຄື່ອນ​ທີມຸ່ງ​ໄປ​ເຖິງ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 - 2021”. ງານ​ວາງ​ສະ​ແດງ ໄດ້​ແນະ​ນຳ​ພາບ​ປຸກ​ລະ​ດົມ​ກວ່າ 70 ແຜ່ນ ທີ່​ສະ​ແດງ​ທີ່​ຕັ້ງ, ບົດ​ບາດ​ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ ຜ່ານ​ບັນ​ດາ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ ໃນ​ຕະ​ຫຼອດ​ໄລ​ຍະ 70 ປີ​ຜ່ານ​ມາ. ພ້ອມ​ກັບ​ງານ​ວາງ​ສະ​ແດງ, ງານ​ມະ​ໂຫລາ​ນ​ໂຄ​ສະ​ນາ​ເຄື່ອນ​ທີ່ມຸ່ງ​ໄປ​ເຖິງ​ການ​ເລືອກ​ຕັ້ງ ກໍ​ໄດ້​ຮັບ​ການ​ຈັດ​ຕ​ັ້ງ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ວ​ຽກ​ງານ​ໂຄ​ສະ​ນາ​​ກ່ຽວ​ກັບ​ວັນ​ເລືອກ​ຕັ້ງ​ເຖິງ​ປະ​ຊາ​ຊົນໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ