ງານວາງສະແດງພາບແຕ້ມສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Slovakia

ງານວາງສະແດງພາບແຕ້ມສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Slovakia - ảnh 1
ພາບ​ປະ​ກອບ

(vovworld) –  ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ດ້ວຍ​ຫົວ​ຂໍ້ “ຊອກ​ຫາ​ກັນ​ໄດ້” ຂອງ​ຈິດ​ຕະ​ກອນຊາວ Slovakia Peter Pollág, ໄຂ​ຂຶ້ນ​ໃນ​ວັນ​ທີ 3/3, ຢູ່​ຮ​່າ​ໂນ້ຍ, ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວຫວຽດ​ນາມ ແລະ ສະ​ຖານ​ທູດ ສ. Slovakia ປະ​ຈຳ ຮ່າ​ໂນ້ຍ ສົມ​ທົບ​ກັນ​ຈັດ​ຕັ້ງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - Slovakia. ໃນ​ງານ​ວາງ​ສະ​ແດງ​ຢູ່ ຫວຽດ​ນາມ ຄັ້ງ​ນີ້, Peter Pollág ໄດ້​ແນະນຳ​​ໃຫ້​ຜູ້​ນິ​ຍົມ​ຈິດ​ຕະ​ກຳ​ນະ​ຄອນຫຼ​ວງ ບັນ​ດາ​ພາບ​ແຕ້ມ​ສະ​ແດງ​ໃຫ້​ເຫັນການ​ພົວ​ພັນ​ລະ​ຫວ່າງ​ບຸກ​ຄົນ ກັບ​ບຸກ​ຄົນ, ລະ​ຫວ່າງ​ບຸກ​ຄົນ​ກັບ​ໝູ່​ຄະ​ນະ. ຜ່ານ​ບັນ​ດາ​ພາບ​ແຕ້ມ​ຂອງ​ຕົນ, ທ່ານ​ຢາກ​ວາດ​ພາບ​ບັນ​ດາ​​ສິ່ງ​ທີ່​ດີ​ງາມ​ຂອງ​ແຕ່​ລະ​ບຸກ​ຄົນ, ນັ້ນ​ແມ່ນ​ຄວາມອະ​ນຸ​ໂລມ, ເມດ​ຕາ​ຈິດ.

        ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 8/3 ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ວິ​ຈິດ​ສິນ ຮ່າ​ໂນ້ຍ.

 


ຂ່າວ/ບົດ​ອື່ນ