ງານວາງສະແດງມໍລະດົກວັດທະນະທຳທະເລ, ໝູ່ເກາະຫວຽດນາມ ຢູ່ແຂວງກວາງນາມ

(VOVWORLD) - ປີ 2017, ຄະນະກຳມະການປະຊາຊົນແຂວງກວາງນາມ ສືບຕໍ່ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ
ງານວາງສະແດງມໍລະດົກວັດທະນະທຳທະເລ, ໝູ່ເກາະຫວຽດນາມ ຢູ່ແຂວງກວາງນາມ - ảnh 1 (ພາບປະກອບ)

ຈັດຕັ້ງ Festival ມໍລະດົກ ກວາງນາມ ຄັ້ງທີ 6, ດຳເນີນແຕ່ວັນທີ 07-14 ມິຖຸນາ ຢູ່ ສອງ ນະຄອນ ຕາມກີ່ ແລະ ໂຮ້ຍອານ ພ້ອມກັບບາງຕົວເມືອງ, ເທດສະບານໃນບໍລິເວນແຂວງກວາງນາມ. ນະທີ່ນີ້ໄດ້ດຳເນີນການເຄື່ອນໄຫວທີ່ເປັນເອກກະລັກສະເພາະ ແລະ ອຸດົມສົມບູນ… ໃນນັ້ນ, ຈຸດພົ້ນເດັ່ນແມ່ນງານວາງສະແດງມໍລະດົກວັດທະນະທຳທະເລ, ໝູ່ເກາະຫວຽດນາມ ດ້ວຍຫົວຂໍ້ວ່າ “ຄວາມປະທັບໃຈຕໍ່ມໍລະດົກວັດທະນະທຳ-ທ່ອງທ່ຽວທະເລ, ໝູ່ເກາະຫວຽດນາມ”. ງານວາງສະແດງໄດ້ວາງສະແດງບັນດາວັດຖຸພັນ, ແຜນທີ່ເກົ່າ, ບັນດາວັດຖຸພັນເອກະສານເປັນພາສາຈີນ-ພາສາຫວຽດເດີມ, ກ່ຽວກັບໝູ່ເກາະຮວ່າງຊາຂອງຫວຽດນາມ ທີ່ມີເນື້ອໃນກ່ຽວຂ້ອງ, ນັ້ນແມ່ນບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ເພື່ອຢັ້ງ ຢືນອະທິປະໄຕທະເລ, ໝູ່ເກາະ ສຳລັບສອງໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ຄຽງຂ້າງນັ້ນ, ຍັງມີວັດຖຸພັນບູຮານ ກ່ຽວກັບວັດທະນະທຳທະເລ, ເກາະຫວຽດນາມ 150 ຢ່າງ ຜ່ານບັນດາໄລຍະປະຫວັດສາດ, ວັດຖຸພັນ, ຊຸດອາພອນງານບຸນຂອງຂອງຊາວປະມົງເຂດທະເລ ຂອງບັນດາຫໍພິພິທະພັນ, ບັນດາຜູ້ເກັບຮັກສາສະສົມ...

ຕອບກັບ

ຂ່າວ/ບົດ​ອື່ນ