ງານວາງສະແດງວິຈິດສິນ “ເຊື່ອມຕໍ່ 2 ຝັ່ງແມ່ນ້ຳຂອງ” ຫວຽດນາມ - ລາວ - ໄທ

(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ທີ່ນະຄອນຫລວງ ວຽງຈັນ, ໄດ້ດຳເນີນພິທີເປີດງານວາງສະແດງວິຈິດສິນ “ເຊື່ອມຕໍ່ 2 ຝັ່ງແມ່ນ້ຳຂອງ”, ດ້ວຍການເຂົ້າຮ່ວມຂອງຈິດຕະກອນ 10 ຄົນທີ່ມາຈາກ 3 ປະເທດ ຫວຽດນາມ, ລາວ ແລະ ໄທ.

ງານວາງສະແດງໂດຍສະມາຄົມວິຈິດສິນແຫ່ງຊາດ ລາວ ຈັດຕັ້ງ, ແນໃສ່ເຊື່ອມຕໍ່ຊີວິດການເປັນຢູ່, ວັດທະນະທຳຂອງວົງຄະນະຍາດບັນດາປະເທດຢູ່ຍ່ານລຸ່ມແມ່ນ້ຳຂອງ, ພ້ອມທັງ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ.

        ຮູບແຕ້ມກ່ວາ 50 ແຜ່ນໄດ້ວາງສະແດງຢູ່ງານວາງສະແດງຂອງບັນດາຈິດຕະກອນທີ່ມາຈາກ 3 ປະເທດ ຫວຽດນາມ  - ລາວ - ໄທ ແລະ ໄດ້ສະແດງດ້ວຍຮູບແຕ້ມສີຂັດມັນ.

        ງານວາງສະແດງຈະດຳເນີນຮອດວັນທີ 18 ສິງຫາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ