ງານວາງສະແດງວິຈິດສິນ“ເຊື່ອມຕໍ່ຄວາມຮັກ”ລາວ,ໄທ,ຫວຽດນາມ

ງານວາງສະແດງວິຈິດສິນ“ເຊື່ອມຕໍ່ຄວາມຮັກ”ລາວ,ໄທ,ຫວຽດນາມ - ảnh 1
(ງານ​ວາງສະ​ແດງ​ວິຈິດ​ສິນ “​ເຊື່ອມ​ຕໍ່​ຄວາມ​ຮັກ” ລາວ, ​ໄທ, ຫວຽດນາມ)

(vovworld) – ງານ​ວາງສະ​ແດງ​ວິຈິດ​ສິນ “​ເຊື່ອມ​ຕໍ່​ຄວາມ​ຮັກ” ລາວ, ​ໄທ, ຫວຽດນາມ ​ໂດຍກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ຈັດ​ຕັ້ງ​ໃນ​ວັນ​ທີ 19/12, ຢູ່​ວຽງ​ຈັນ, ປະ​ເທດ​ລາວ. ງານ​ວາງສະ​ແດງ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ຊີວິດດ້ານ​ວັດທະນະທຳ ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນ, ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງ ຫຍັບ​ມໍ່​ໃກ້​ກັນ ​ແລະ ​ຕິດ​ພັນນຳ​ກັນ​ກວ່າ. ມີ​ກວ່າ 100 ຜະລິດ​ຕະພັນ​ວິຈິດ​ສິນ​ຂອງ​ນັກ​ຈິດຕະກຳລາວ, ​ໂທ ​ແລະ ນັກ​ສຶກສາ​ຫວຽດນາມ ທີ່ພວມ​ຮໍ່າຮຽນ​ຢູ່​ແຂວງ ຂອນ​ແກ່ນ, ​ໄທ. ບັນດາ​ຜະລິດ​ຕະພັນ​ວິຈິດ​ສິນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈຸດ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ວັດທະນະທຳ, ມະນຸດ ​ແລະ ຊີວິດ​ສັງຄົມ​ຂອງ​ຊົນ​ເຜົ່າ ອີສານ ຢູ່ 17 ​ແຂວງ​ທິດຕາ​ເວັນ​ອອກສຽງ​ເໜືອ​ຂ​ອງ​ໄທ ດ້ວຍ​ຊົນ​ເຜົ່າ​ລາວ ​ແລະ ຊົນ​ເຜົ່າ​ໄທ​ ຢູ່ພາກ​ເໜືອ​ຂອງ​ຫວຽ​ດນາມ ​ໃນ​ປະຊາຊົນ​ບັນດາ​ເຜົ່າ​ອາ​ຊຽນ.

ຂ່າວ/ບົດ​ອື່ນ