ງານວາງສະແດງວັດຖຸພັນກ່ຽວກັບຂັບເຫ້ວແລະເຄື່ອງເຄືອບດິນເຜົາສະໄໝຫງວຽນ

ງານວາງສະແດງວັດຖຸພັນກ່ຽວກັບຂັບເຫ້ວແລະເຄື່ອງເຄືອບດິນເຜົາສະໄໝຫງວຽນ - ảnh 1
(ພາບປະກອບ)

(vovworld) – ​​ວັນ​ທີ 22/11, ຫໍພິພິທະ​ພັນ​ວັດທະນະທຳ ​ເຫ້ວ ຈັດ​ຕັ້ງ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ເລື່ອງ​ສະ​ເພາະວ່າ: “ບັນດາ​ຮູບ​ພາບ, ວັດຖຸ​ພັນ​ກ່ຽວ​ກັບ​ການຂັບ ​ເຫ້ວ ​ແລະ ​ເຄື່ອງ​ເຄືອບ​ດິນ​ເຜົາ​ສະ​ໄໝ ຫງວຽນ”. ນີ້​ແມ່ນການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼ​ອງ 70 ປີ​ແຫ່ງ​ວັນ​ປະທານ​​ ​ໂຮ່ຈີ​ມິນ ​ເຊັນລັດຖະດຳລັດອະນຸລັກ​ຮັກສາ​ວັດຖຸບູຮານ​ໃນ​ທົ່ວ​ປະ​ເທດ ຫວຽດນາມ ​ແລະ 10 ປີ​ແຫ່ງ​ວັນ​ມໍລະດົກ​ວັດທະນະທຳ ຫວຽດນາມ. ງານ​ວາງສະ​ແດງ​ ເພື່ອ​ແນະນຳ​ເຖິງ​ມະຫາຊົນ​ວັດຖຸ​ພັນ​, ຮູບ​ພາບ​ທີ່​ກ່ຽວຂ້ອງ​ເຖິງ​ປະຫວັດ​ແຫ່ງການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ຂັບ ​ເຫ້ວ ກ່ວາ 60 ຢ່າງຄື “ ​ເຄື່ອງ​ດົນຕີບູຮານ​ຂອງ ​ເຫ້ວ, ຂັບ ​ເຫ້ວ ​ໃນຕົ້ນ​ສະຕະວັດ​ທີ 20” ງານ​ວາງສະ​ແດງ​ຍັງ​ແນະນຳ​ຊຸດ​ເຄື່ອງ​ເຄືອບ​ລວມມີ 61 ​ເຄື່ອງ​ຂອງ​ສະ​ໄໝ ຫງວຽນ ອີກ. ນັກ​ຮຽບຮຽງ​ວັດຖຸບູຮານ ຫງວຽນຮື​ວຮ່ວາງ ​ໃຫ້​ຮູ້​ວ່າ: ​

“ໃນງານ​ວາ​ງດສະ​ແດງ​ຄັ້ງ​ນີ້ ​ເຮົາຢາກ​ແນະນຳ​​​ເຖິງມະຫາຊົນກ່ຽວ​ກັບ​ບັນດາ​ວັດຖຸ​ບູຮານ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍຄຸນ​ຄ່າ​ວັດທະນະ​ທຳ​ປະຫວັດສາດ​ຂອງ ຫວຽດ ນາມ. ຕົ້ນຕໍ​ແມ່ນ​ເຄື່ອງ​ເຄືອບ​​ໃນ​ສະ​ໄໝ​ລາຊະວົງ​ຕ່າງໆ ​ແຕ່​ສະ​ໄໝ ​ເລ-​ຈິ້ງ, ສະ​ໄໝ​​ເຈົ້າ​ກະສັດ ຫງວຽນ ​ແລະ ສະ​ໄໝ​ເຈົ້າ​ຊີ​ວິດ ຫງວຽນ. ”

       

ຂ່າວ/ບົດ​ອື່ນ