ງານວາງສະແດງ“ຮັກສາທະເລ,ໝູ່ເກາະຂອງປະເທດຊາດ”:ແນະນຳຄວາມງາມຂອງທະເລຫວຽດນາມ

ງານວາງສະແດງ“ຮັກສາທະເລ,ໝູ່ເກາະຂອງປະເທດຊາດ”:ແນະນຳຄວາມງາມຂອງທະເລຫວຽດນາມ - ảnh 1
ພາບແຕ້ມແຜ່ນໜຶ່ງທີ່ນຳມາວາງສະແດງ

(vovworld) – “ຮັກສາ​ທະ​​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ​ແມ່ນ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ວິຈິດ​ສິນ​ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 22/7, ທີ່​ຫໍພິພິທະ​ພັນ​ວິຈິດ​ສິນ ຫວຽດນາມ. ງານ​ວາງສະ​ແດງ “ຮັກສາ​ທະ​​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ​ໄດ້​ນຳ​ມ​າວາງສະ​ແດງ ຮູບ​ແຕ້ມ, ຮູບປະຕິມາ​ກຳ, ຮູບ​ແກະ​ຄວັດ​ສະຫຼັກ 55 ຢ່າງ.​​..​ ຂອງ​ນັກ​ວິຈິດ​ສິນ​ຫຼາຍ​ລຸ້ນຄົນ, ກ່ຽວ​ກັບ​ຄວາມ​ງາມ​ຂອງ​ເຂດ​ທະ​ເລ ຫວຽດນາມ, ການ​ດຳລົງ​ຊີວິດ​ຂອງ​ຊາວ​ປະມົງ​ຕິດ​ພັນ​ກັບ​ທະ​ເລ ​ແລະ ບັນດາ​ທະຫານ​ເຮືອ​ທີ່​ອົງອາດ​ກ້າ​ຫານ, ​ຕັດສິນ​ໃຈ​ປົກ​ປັກຮັກສາ​ອະທິປະ​ໄຕ​ທີ່ສັກກະຫຼະ​ບູຊາ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ແອ໋ງຫງວຽດ, ຮອງ​ຜູ້ອຳນວຍການ​ຫໍ​ພິພິທະ​ພັນ​ວິຈິດ​ສິນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “ມີ​ນັກ​ຈິດຕະກອນຫຼາຍ​ລຸ້ນຄົນ, ຈາກ​ລຸ້ນນັກ​ຈິດຕະກອນ​ສັງກັດ​ຢູ່​ໂຮງຮຽນ​ວິຈິດ​ສິນ ດົງ​ເຢືອງ ຕ​ະຫຼອດ​ຮອດ​ນັກ​ຈິດຕະກອນ​ລຸ່ນ​ປະຈຸ​ບັນ, ​ແຕ່ລະ​ໄລຍະ, ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ວິທີ​ການສະ​ແດງ​ດ້ວຍ​ວິທີ​ສະ​ເພາະ​ຂອງ​ຕົນ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ເນື້ອ​ໃນ​ຄວາມ​ໝາຍ​​ໃນ​ຜະລິດ​ຕະພັນ​ດ້ານ​ວິຈິດ​ຕະກຳ. ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ພວກ​ເຮົາ​​ໄດ້​ເຫັນ​​ເຖິງມູນ​ເຊື້ອ​ຮັກ​ຊາດ​ນັບ​ແຕ່​ປາງ​ກ່ອນ​ມາ​ຮອດ​ປະຈຸ​ບັນຂອງ​ຊາວ ຫວຽດນາມ.”

ຂ່າວ/ບົດ​ອື່ນ