ງານວາງສະແດງຮູບຖ່າຍ “ໝູ່ເກາະຮ່ວາງຊາ - ອະທິປະໄຕຂອງຫວຽດນາມ”

ງານວາງສະແດງຮູບຖ່າຍ “ໝູ່ເກາະຮ່ວາງຊາ - ອະທິປະໄຕຂອງຫວຽດນາມ” - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ສືບ​ຕໍ່​ຜົນ​ສຳເລັດຂອງ​ງານ​ວາງສະ​ແດງ​ກ່ອນ​ນີ້ 2 ຄັ້ງ, ວັນ​ທີ 21/04, ຢູ່​ມະຫາ​ວິທະຍາ​ໄລ​ຊັບ​ພະ​ວິຊາ ດ່າ​ນັ້ງ, ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ​ດ່າ​ນັ້ງ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ​ຮ່ວາງ​ຊາ, ຫໍພິພິດ​ຕະພັນ​ດ່າ​ນັ້ງ ຈັດ​ງານ​ວາງສະ​ແດງ “​ໝູ່​ເກາະ​ຮ່ວາງ​ຊາ - ອະທິປະ​ໄຕ​ຂອງ​ຫວຽດນາມ” ຄັ້ງ​ທີ 3 ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 26/04. ງານ​ວາງສະ​ແດງ ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ, ​ເອກະສານ ​ແລະ ວັດ​ຖຸພັນ​ ເກືອບ 70 ຢ່າງທີ່​ມີ​ຄຸນ​ຄ່າ​ ຢືນຢັນອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ​ຄື: ​ແຜນ​ທີ​ປະ​ເທດ ອານ​ນາມ ​​ໂດຍ​ຝລັ່ງ ​ແຕ້ມ​​ເມື່ອ​ປີ 1838; ​ແຜນ​ທີ່​ປະ​ເທດ ດ້າຍ​ນາມ ​ໃນ​ສະ​ໄໝ​ເຈົ້າ​ຊີວິດ ມິ​ງ​ເມັ້ງ 1820 – 1841. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ, ​ເພື່ອນ ​ເຈີນຕ໋ຽນຟ໋າດ, ນັກ​ສຶກສາ​ມະຫາວິທະຍາ​ໄລຊັບ​ພະ​ວິຊາ ດ່າ​ນັ້ງ ​ແບ່ງປັນ​ວ່າ.

        “ຜ່ານ​ງານ​ວາງສະ​ແດງ, ບັນດາ​ແຜນ​ທີ່ ​ແລະ ບັນດາ​ຫຼັກ​ຖານ​ລະອຽດ ອາດ​ຈະ​ຮູ້​ໄດ້​ຂໍ້​ມູນ​ຫຼາຍ​ຢ່າງ, ທີ່​ພິສຸດ​ໃຫ້​ເຫັນ​ວ່າ ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດນາມ. ຜ່ານ​ງານ​ວາງສະ​ແດງ, ນ້ອງ​ອາດ​ຈະມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ຄື ​ໂຄສະນາ​ໃຫ້​ເພື່ອນ​ມິດ, ​ເພື່ອ​ໃຫ້​ເພື່ອນ​ຂອງ​ຕົນ​ມີ​ສະຕິ​ກວ່າ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ