ງານວາງສະແດງຮູບຖ່າຍຄັ້ງທໍາອິດກ່ຽວກັບຢາງ ພລາດສະຕິກເສດເຫຼືອ ດ້ວຍຫົວຂໍ້ “ຈົ່ງກູ້ເອົາທະເລ” ຢູ່ຫວຽດນາມ

(VOVWORLD) -“ບໍ່ນໍາໃຊ້ບັນດາຜະລິດຕະພັນຢາງພລາດສະຕິກທີ່ໃຊ້ໄດ້ເທື່ອດຽວ, ຈົ່ງນໍາໃຊ້ບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ໄດ້ຮັບການຜະລິດຢູ່ທ້ອງຖິ່ນ. ຈົ່ງພ້ອມກັນສ້າງສາປະເທດຫວຽດນາມ ໃຫ້ມີສີຂຽວ ແລະ ສະອາດສວຍງາມກວ່າອີກ”.
ງານວາງສະແດງຮູບຖ່າຍຄັ້ງທໍາອິດກ່ຽວກັບຢາງ ພລາດສະຕິກເສດເຫຼືອ ດ້ວຍຫົວຂໍ້ “ຈົ່ງກູ້ເອົາທະເລ” ຢູ່ຫວຽດນາມ - ảnh 1ບໍ່ນໍາໃຊ້ບັນດາຜະລິດຕະພັນຢາງພລາດສະຕິກທີ່ໃຊ້ໄດ້ເທື່ອດຽວ, ຈົ່ງນໍາໃຊ້ບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ (ພາບ: TTXVN)

 ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມສາກົນ ວັນທີ 5 ມິຖຸນາ ແລະ ວັນມະຫາສະໝຸດສາກົນ ວັນທີ 8 ມິຖຸນາ, ຕອນບ່າຍວັນທີ 4 ມິຖຸນາ, ໂຄງການພັດທະນາ ສປຊ (UNDP) ປະຈໍາ ຫວຽດນາມ ໄດ້ສົມທົບກັບ ທູດມະຫາສະໝຸດຂຽວ ແລະ ນັກຖ່າຍຮູບ ຫງວຽນຫວຽດຮຸ່ງ ໄດ້ຮ່ວມກັນຈັດຕັ້ງງານວາງສະແດງຮູບຖ່າຍຢາງພລາດສະຕິກ ເສດເຫຼືອ ດ້ວຍຫົວຂໍ້ວ່າ “ຈົ່ງກູ້ເອົາທະເລ”  ຢູ່ເຮືອນເລກທີ 29 ຖະໜົນຮ່າງບ່າຍ, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ Caitlin Wiesen, ຫົວໜ້າຄະນະຜູ້ຕາງໜ້າ ໂຄງການພັດທະນາ ສປຊ ປະຈໍາ ຫວຽດນາມ ໄດ້ຮຽກຮ້ອງໃຫ້ມີການກະທໍາທີ່ແທດຈິງຄື: ບໍ່ນໍາໃຊ້ບັນດາຜະລິດຕະພັນຢາງພລາດສະຕິກທີ່ໃຊ້ໄດ້ເທື່ອດຽວ, ຈົ່ງນໍາໃຊ້ບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ໄດ້ຮັບການຜະລິດຢູ່ທ້ອງຖິ່ນ. ຈົ່ງພ້ອມກັນສ້າງສາປະເທດຫວຽດນາມ ໃຫ້ມີສີຂຽວ ແລະ ສະອາດສວຍງາມກວ່າອີກ”.

ດ້ວຍສານທີ່ວ່າ “ພຽງແຕ່ມີການກະທໍາ ຈິ່ງນໍາມາເຊິ່ງການປ່ຽນແປງ”, ຜ່ານຮູບຖ່າຍ 100 ແຜ່ນ, ງານວາງສະແດງຮູບຖ່າຍດ່ັງກ່າວ ແມ່ນເພື່ອແນໃສ່ຈຸດປະສົງຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນທຸກຄົນກ່ຽວກັບ ຢາງພລາດສະຕິກເສດເຫຼືອ, ເຈາະຈີ້ມບັນດາມາດຕະການແກ້ໄຂທີ່ມີຄວາມເປັນໄປໄດ້ ແລະ ຮຽກຮ້ອງໃຫ້ມີການຮ່່ວມແຮງຮ່ວມໃຈກັນປະຕິບັດຈາກບັນດາອໍານາດການປົກຄອງ, ກະຊວງ, ຄະນະ, ຂະແໜງການຂັ້ນຕ່າງໆ, ວິສາຫະກິດ ແລະ ປະຊາຊົນ ເພື່ອຫຼຸດຜ່ອນມົນລະພິດຈາກ ຢາງພລາດສະຕິກເສດເຫຼືອຢູ່ຫວຽດນາມໃຫ້ຢູ່ໃນລະດັບຕໍ່າທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ