ງານວາງສະແດງຮູບພາບ “ປະທານ ໂຕນດຶກຖັງ - ບຸກຄົນທີ່ດີເດັ່ນຂອງຊາດຫວຽດນາມ”

(VOVWORLD) -

ທີ່ຖະໜົນທາງຍ່າງ ຫງວຽນເຮວ້, ທີ່ງານວາງສະແດງໄດ້ນຳວາງສະແດງຮູບພາບຈຳນວນ 270 ຮູບ ແລະ ໜຶ່ງກະດານຄັດສັນຂໍ້ມູນໂດຍສັງເຂບກ່ຽວກັບຊີວິດ, ພາລະກິດຂອງປະທານໂຕນດຶກຖັງ - ແບບຢ່າງທີ່ດີເດັ່ນທາງດ້ານຄຸນສົມບັດສິນທຳປະຕິວັດ.

ງານວາງສະແດງຮູບພາບ “ປະທານ ໂຕນດຶກຖັງ - ບຸກຄົນທີ່ດີເດັ່ນຂອງຊາດຫວຽດນາມ” - ảnh 1ງານວາງສະແດງທີ່ຖະໜົນທາງຍ່າງ ຫງວຽນເຮ້ວ

ເນື່ອງໃນໂອກາດ ສະເຫຼີມສະຫຼອງຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັງ (20 ສິງຫາ 1888 – 20 ສິງຫາ 2018), ວັນທີ 17 ສິງຫາ, ຄະນະຈັດການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງນະຄອນ ໂຮ້ຈິມິນ ໄດ້ເປີດງານວາງສະແດງຮູບພາບ “ປະທານ ໂຕນດຶກຖັງ - ບຸກຄົນທີ່ດີເດັ່ນຂອງຊາດຫວຽດນາມ”, ທີ່ຖະໜົນທາງຍ່າງ ຫງວຽນເຮວ້, ຫໍວັດທະນະທຳແຮງງານ ແລະ ເສັ້ນທາງ ດົ່ງເຂິ້ຍ ( ເຂດ 1, ນະຄອນໂຮຈິມິນ).

ທີ່ຖະໜົນທາງຍ່າງ ຫງວຽນເຮວ້, ທີ່ງານວາງສະແດງໄດ້ນຳວາງສະແດງຮູບພາບຈຳນວນ 270 ຮູບ ແລະ ໜຶ່ງກະດານຄັດສັນຂໍ້ມູນໂດຍສັງເຂບກ່ຽວກັບຊີວິດ, ພາລະກິດຂອງປະທານໂຕນດຶກຖັງ - ແບບຢ່າງທີ່ດີເດັ່ນທາງດ້ານຄຸນສົມບັດສິນທຳປະຕິວັດ.

ໃນໂອກາດນີ້, ທີ່ຫໍວັດທະນະທຳແຮງງານ ແລະ ເສັ້ນທາງ ດົ່ງເຂິ້ຍ ( ເຂດ 1, ນະຄອນໂຮຈິມິນ), ຄະນະຈັດຕັ້ງກໍ່ໄດ້ນຳສະເໜີຊຸດຮູບຖ່າຍ ດ້ວຍຫົວຂໍ້ “ປະທານໂຕນດຶກຖັງ ກັບຂະບວນການກຳມະກອນຫວຽດນາມ” ແລະ “ປະທານໂຕນດຶກຖັງ - ສັນຍາລັກຂອງຄວາມສາມັກຄີທົ່ວປວງຊົນ”.

ເນື່ອງໃນໂອກາດ ສະເຫຼີມສະຫຼອງຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັງ (20 ສິງຫາ 1888 – 20 ສິງຫາ 2018), ວັນທີ 17 ສິງຫາ, ຢູ່ອະນຸສອນສະຖານ ປະທານ ໂຕນດຶກຖັງ, ຕາແສງ ໝີຮວ່າຮຶງ (ນະຄອນ ລອງຊວຽນ), ຫໍພິພິຕະພັນແຂວງ, ຫໍສະໝຸດແຂວງ ອານຢາງ ສົມທົບກັບຄະນະຄຸ້ມຄອງ ອະນຸສອນສະຖານ ປະທານ ໂຕນດຶກຖັງ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງພາຍໃນແຂວງ ໄດຈັດພິທີສະຫຼຸບ ແລະ ມອບລາງວັນການແຂ່ງຂັນ ຊອກຮູ້ “ລຸງໂຕນ ກັບການປະຕິວັດຫວຽດນາມ ແລະ ບ້ານເກີດເມືອງນອນອານຢາງ”.

ຕອບກັບ

ຂ່າວ/ບົດ​ອື່ນ