ງານວາງສະແດງຮູບພາບກ່ຽວກັບປະຊາຊົນ,ທະເລໝູ່ເກາະຫວຽດນາມຢູ່ ປາຣີ

(VOVWORLD) -ດ້ວຍຮູບພາບກວ່າ 200 ແຜ່ນ ແລະ ເອກະສານ, ວັດຖຸພັນປະຫວັດສາດກວ່າ 40 ຢ່າງ ທີ່ບັນທຶກກ່ຽວກັບຊີວິດ, ທິວທັດທຳມະຊາດ ແລະ ປະຫວັດສາດໃນການຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະຊາຊົນຫວຽດນາມ ຜ່ານຫລາຍຊຸມເດືອນປີ. 

ງານວາງສະແດງຮູບພາບກ່ຽວກັບປະຊາຊົນ,ທະເລໝູ່ເກາະຫວຽດນາມຢູ່ ປາຣີ - ảnh 1

ຊາວຝລັ່ງ ເຂົ້າຊົມງານວາງສະແດງ

ງານວາງສະແດງດັ່ງກ່າວໂດຍກະຊວງຖະແຫລງຂ່າວ ແລະ ສື່ສານ ພ້ອມກັບສະຖານທູດ ຫວຽດນາມປະຈຳ ຝລັ່ງ ຈັດຂຶ້ນໃນຕອນຄ່ຳວັນທີ 20 ຕຸລາ ຢູ່ ປາຣີ ປະເທດ ຝລັ່ງ.

ກ່າວຄຳເຫັນນະພິທີ, ທ່ານ ຮວ່າງຫວີງບ໋າວ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຢືນຢັນວ່າ: ງານວາງສະແດງແມ່ນໂອກາດເພື່ອໃຫ້ປະຊາຊົນ ຝລັ່ງ, ຊາວຫວຽດນາມ ພວມດຳລົງຊີວິດ ແລະ ຮ່ຳຮຽນ, ເຮັດວຽກຢູ່ ຝລັ່ງ ພ້ອມກັບເພື່ອນມິດສາກົນ ມີຄວາມເຂົ້າໃຈກວ່າກ່ຽວກັບ “ປະເທດທະເລ ຫວຽດນາມ”, ຊື່ງແມ່ນສະຖານທີ່ ມີທັດສະນີຍະພາບທະເລ, ໝູ່ເກາະທີ່ສວຍງາມ, ມີພື້ນຖານເສດຖະກິດທະເລເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ມີປະຫວັດສາດເປັນເຈົ້າການ ແລະ ປະຕິບັດອະທິປະໄຕເຂດທະເລ, ໝູ່ເກາະມາແຕ່ດົນນານແລ້ວ. ເມື່ອສິ້ນສຸດງານວາງສະແດງນີ້, ຮູບພາບ ແລະ ເອກະສານປະຫວັດສາດທັງໝົດຈະມອບໃຫ້ສູນວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ