ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ເບລາຣຸດ

(VOVWORLD) -ຕອນບ່າຍວັນທີ 25 ພຶດສະພາ, ທີ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳສາທາລະນະລັດ ເບລາຣຸດ, ສະຖານທູດ ເບລາຣຸດ ປະຈຳ ຫວຽດນາມ 
ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ເບລາຣຸດ - ảnh 1 ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ເບລາຣຸດ (ພາບອິນເຕີແນັດ)

ໄຂງານວາງສະແດງຮູບພາບ “ປະເທດຊາດ ແລະ ຊາວ ເບລາຣຸດ”. ງານວາງສະແດງແມ່ນການເຄື່ອນໄຫວໃນບັນດາເຫດການຊຸມວັນວັດທະນະທຳ ເບລາຣຸດ ຢູ່ ຫວຽດນາມ ປີ 2017 ເຊິ່ງດຳເນີນໄປຢູ່ ຮ່າໂນ້ຍ ແລະ ລາວກາຍ. ງານວາງສະແດງຮູບພາບ ໄດ້ແນະນຳບັນດາໄລຍະຕົ້ນຕໍໃນວິວັດແຫ່ງການພັດທະນາຂອງປະເທດຊາດ ເບລາຣຸດ ກ່ຽວກັບທຳມະຊາດ, ມະນຸດ, ມໍລະດົກວັດທະນະທຳ…ໂດຍຜ່ານງານວາງສະແດງ, ເບລາຣຸດ ໄດ້ວາດພາບປະເທດໜຶ່ງທີ່ມີອະທິປະໄຕເອກະລາດດ້ວຍປະຫວັດສາດກ່ວາພັນປີຢ່າງຈະແຈ້ງ.

        ພ້ອມກັບງານວາງສະແດງຮູບພາບ “ປະເທດຊາດ ແລະ ຊາວ ເບລາຣຸດ”, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບກະຊວງວັດທະນະທຳ ສາທາລະນະລັດ ເບລາຣຸດ ແລະ ສະຖານທູດ ເບລາຣຸດ ປະຈຳ ຫວຽດນາມ ໄຂງານວາງສະແດງຮູບແຕ້ມ “ກະແສອາລົມ” ຂອງຈິດຕະກອນ Vasily Yasyuk.

ຕອບກັບ

ຂ່າວ/ບົດ​ອື່ນ