ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະກົດໝາຍ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະກົດໝາຍ” - ảnh 1
ປະຊາຊົນ ແຂວງ ນິງບິ່ງເຂົ້າມາຊົມເປັນຈຳນວນຫຼວງຫຼາຍ

(vovworld) – ງານ​ວາງສະ​ແດງ​ຖືກ​ຈັດ​ຂຶ້ນ​ໃນຕ​​ອນ​ເຊົ້າ​ວັນ​ທີ 1/8, ຢູ່​ນະຄອນ ບັກ​ນິງ​ເຊິ່ງ​ໄດ້​​ແນະນຳ​ບັນດາ​ເອກະສານ, ວັ​ດຖຸ, ສິ່ງ​ພິມ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ​​ເຊິ່ງ​ບັນ​ກາ​ນັກ​ຄົ້ນ​ຄ້ວາ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ປະກາດ.

    ຄຽງ​ຂ້າງ​ແຜນ​ທີ່ 65 ​ແຜນ​ທີ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ປະກາດ​​ແຕ່​ສະຕະວັດ​ທີ 17 ມາ​ຮອດປະຈຸ​ບັນ​ແມ່ນຊຸດ Atlas 4 ​​​ເຫຼັ້ມ ພ້ອມ​ກັບ​ແຜນ​ທີ່ 30 ​ແຜ່ນ​ໂດ​ຍ ຈີນ​ ຈຳໜ່າຍ​ຜ່ານ​ໄລຍະ​ຕ່າງໆ, ພິສູດ​ໃຫ້​ເຫັນ ຈີນ ບໍ່​ຄຸ້ມ​ຄອງ 2 ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ. ດຣ ​ເຈີ່ນ​ດຶກ​ແອ​ງ​ເຊີນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ເສດຖະກິດ ສັງຄົມ ດ່າ​ໜັ້ງ, ​ໃຫ້​ຂໍ້​ມູນ​ຂ່າວ​ຕື່ມ​ອີກ​ກ່ຽວ​ກັບ​ຊຸດ Atlas ຂອງ​ນັກ​ພູມ​ສາດ​ຊາວ ​ແບນ​ຊິກ, ທີ່ຈຳໜ່າຍ​ເມື່ອ​ປີ 1827 ພິສູ​ດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ:

    “ຊຸດ Atlas ຢູ່​ແບນ​ຊິກ​ຄົບ​ຖ້ວນ ​ແລະ ມີ​ລະດັບ​ສາກົນ, ມີ 6 ​ເຫຼັ້ມ, ​ໃນ​ນັ້ນ ​ເຫຼັ້ມ​ທີ 2 ​ເວົ້າ​ເຖິງ​ຫວຽດນາມ. ​​ໂດຍ​ເວົ້າ​ແຈ້ງວ່າ ຮ່ວາງ​ຊາ ​ແມ່ນຂຶ້ນ​ກັບ​ສະ​ໄໝ ອານາ​ມ ​ແລະ ​ໄດ້​ແຕ້ມ​ທີ່​ຕັ້ງຈຸດ​ພິກັດ​ຢ່າງ​ຊັດ​ເຈນ ​ແລະ ມີ​ການ​ອະທິບາຍ​ຢ່າງ​ຈະ​ແຈ້ງ. ​ໃນ​ຊຸດ Atlas ນີ້​ກໍ່​ມີ​ແຜນ​ທີ່ ພິສູດ​​ໃຫ້​ເຫັນ​ວ່າ ຊາຍ​ແດນ​ຂອງ ຈີນ ມີ​ແຕ່​ຮອດ​ເກາະ ​ໄຮ​ໜານ ​ເທົ່າ​ນັ້ນ. ສິ່ງ​ດັ່ງກ່າວ​ກໍ່​ເໝາະ​ສົມ​ກັບ​ເອກະສານ​ປະຫວັດສາດ​ຂອງ ຈີນ ​ແລະ ນີ້​ແມ່ນ​ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ​ທີ່ສຳຄັນ.”



ຂ່າວ/ບົດ​ອື່ນ