ງານວາງສະແດງຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫລັກຖານປະຫວັດສາດແລະນິຕິທຳ

(VOVWORLD) -ກະຊວງຖະແຫລງຂ່າວແລະສື່ສານສົມທົບກັບຄະນະກຳມະການປະຊາຊົນແຂວງກວ໋າງບີງ ໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບ “ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. 
ງານວາງສະແດງຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫລັກຖານປະຫວັດສາດແລະນິຕິທຳ - ảnh 1 ບັນດາເອກະສານປະຫວັດສາດກ່ຽວກັບຮ່ວາງຊາ, ເຈື່ອງຊາ ໄດ້ດຶງດູດຄວາມສົນໃຈຈາກຜູ້ຊົມ

ມີເກືອບ 100 ແຜນທີ່, ເອກະສານ, ວັດຖຸພັນ, ສິ່ງພິມ ໄດ້ວາງສະແດງໃນງານວາງສະແດງນີ້ແມ່ນແຫລ່ງເອກະສານໂດຍບັນດານັກຄົ້ນຄ້ວາ, ນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ ປະກາດ. ນີ້ແມ່ນບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ ທີ່ພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ທ່ານ ດວານກົງຮີງ, ຫົວຫນ້າກົມຖະແຫລງຂ່າວຂັ້ນຮາກຖານ, ກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:

        “ງານວາງສະແດງເອກະສານກ່ຽວກັບ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ທີ່ສຳຄັນ ເພື່ອສື່ຂ່າວໂດຍກົງເຖິງພະນັກງານ, ນັກຮົບ ແລະ ປະຊາຊົນທຸກຊັ້ນວັນນະໃນແຂວງ. ຜ່ານນັ້ນ ປະກອບສ່ວນສຶກສານ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ ແລະ ປະຊາຊົນທຸກຊັ້ນວັນນະສຳລັບພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ