ງານວາງສະແດງແຜນທີ່ແລະເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

(VOVWORLD) -ວັນທີ 09 ເມສາ, ຢູ່ເມືອງ ລາກຖຸຍ, ແຂວງຮ່ວາບິ່ງ ໄດ້ໄຂງານວາງສະແດງແຜນທີ່ແລະເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” ປີ 2018.

ງານວາງສະແດງແຜນທີ່ແລະເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1ແຂວງຮ່ວາບິ່ງ ໄຂງານວາງສະແດງແຜນທີ່ແລະເອກະສານ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ

(ພາບ: baohoabinh.com.vn)

ງານວາງສະແດງຫົວເລື່ອງສະເພາະລວມມີ 171 ພາບຖ່າຍ, ເອກະສານ ເຊິ່ງແມ່ນບັນດາເອກະສານພາສາຮ໋ານນົມຂອງຫວຽດນາມ ໂດຍໃນສະໄໝລາດຊະວົງເລ, ຈິ້ງ, ຫງວຽນ ປະກາດໃຊ້ນັບແຕ່ສະຕະວັດທີ 16 ຫາ ສະຕະວັດທີ 19. ພິເສດແມ່ນບັນດາເອກະສານການປົກຄອງໃນສະໄໝລາດຊະວົງຫງວຽນ (ຈາກລາດຊະວົງ ຢາລອງ ເຖິງລາດຊະວົງ ບາວດ້າຍ) ໄດ້ປະກາດໃຊ້ໂດຍກ່ຽວຂ້ອງໂດຍກົງເຖິງບັນດາບັນຫາຂຸດຄົ້ນ, ຄຸ້ມຄອງ, ສ້າງຕັ້ງ ແລະ ປະຕິບັດອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

      ຊຸດເອກະສານລວມມີແຜນທີ່ 65 ແຜ່ນຢັ້ງຢືນເຖິງອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ໂດຍຫວຽດນາມ, ຝ່າຍຕາເວັນຕົກ ປະກາດນັບແຕ່ສະຕະວັດທີ 17 ມາຮອດປະຈຸບັນ. ໃນນັ້ນ, ມີແຜນທີ່ 4 ຊຸດ (Atlas) ແລະ ແຜນທີ່ 30 ແຜ່ນໂດຍບັນດາລັດຈີນ ພິມຈຳໜ່າຍ ແລະ ນຳໃຊ້ເປັນທາງການຜ່ານບັນດາໄລຍະປະຫວັດສາດ ໄດ້ຊີ້ໃຫ້ເຫັນວ່າ, ຈີນ ບໍ່ຄຸ້ມຄອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ເຊິ່ງເຂົາເຈົ້າເອີ້ນວ່າ ຊີຊາ ແລະ ໜານຊາ ແລະ ບໍ່ຮຽກສິດອະທິປະໄຕສຳລັບ 2 ໝູ່ເກາະດັ່ງກ່າວ.

      ງານວາງສະແດງເປີດປະຕູຮອດວັນທີ 14 ເມສາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ