ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
ງານ​ວາງ​ສະ​ແດງ​ແຜນ​ທີ່​ແລະ​ເອ​ກະ​ສານ​ຮ່​ວາງ​ຊາ,ເຈື່ອງ​ຊາ​ຂອງ​ຫວຽດ​ນາມ
(ພາບ: TTXVN)

(vovworld) - ​ວັນ​ທີ 14/04, ຢູ່​ຫໍ​ສະ​​ໝຸດ​ແຂວງ​ຫາຍ​ເຢືອງ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ໄດ້​ສົມ​ທົບ​ກັນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຫາ​ຍ​ເຢືອງ ຈັດ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ ແລະ​ ນິ​ຕິ​​ກຳ”. ບັນ​ດາ​ແຜນ​ທີ່ ແລະ ເອ​ກະ​ສານ​ທີ່​ນຳ​ມາ​ວາງ​ສະ​ແດງ​​ຢູ່​ທີ່ນີ້ແມ່ນ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ແລະ ເປັນ​ພື້ນ​ຖານ​ນິ​ຕິ​ກຳ​ທີ່​ພິ​ສຸດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢ​ູ່​ທະ​ເລ​ຕາ​ເວັນ​ອອກ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ສື່​ສິ່ງ​ພິມ ແລະ ແຜນ​ທີ່​ເກືອບ 100 ແຜ່ນ ​ເຊິ່ງແມ່ນ​​ບັນ​ດາ​ເອ​ກະ​ສານ​ທີ່​ໄດ້ຮັບ​ການ​ປະ​ກ​າດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄວ້າ, ນັກ​ຮຽນ​ຮູ້​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

        ທີ່​ງານ​ວາງ​ສະ​ແດງ, ​ບັນ​ດາ​ເອ​ກະ​ສານ​ກ່ຽວ​ກັບ “ຮ່​ວາງ​ຊາ, ເຈື່ອງ​ຊາ ໃນ​ຫົວ​ໃຈ​​ຂອງ​ຊາວຫວຽດ​ນາມ” ​ຖືກ​​ຈັດ​ວາງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ດ້ວຍ​​ຫຼາຍພາບ, ເອ​ກະ​ສານ, ວັດ​ຖຸ​ພັນ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຂ​ໃສ່, ​ອາ​ລົມ​ຈິດ​ພິ​ເສດ​ຂອງ​ພັກ, ລັດ, ກອງ​ທັງ, ປະ​ຊາ​ຊົນ….ດ້ວຍ​ບັນ​ດາ​ການ​ກະ​ທຳ​​ທີ່​ແທດ​ຈິງ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາ​ະ​ຂອງ​ບ້ານ​ເກີດ​ເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ