ງານວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະວັດສາດແລະນິຕິທຳ”

ງານວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະວັດສາດແລະນິຕິທຳ” - ảnh 1
ທີ່ງານ​ວາງ​ສະ​ແດງ
(ພາບ: TTXVN)

(vovworld) - ​ວັນ​ທີ 24/06, ກະ​ຊວງຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ໄດ້​ສົມ​ທົບ​ກັນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຈ່າ​ວິງ ຈັດ​ງານ​ວາງ​ສະ​ແດງແຜນ​ທີ່​ແລະ​ເອ​ກະ​ສານ ​“ຮ່​ວາງ​ຊາ - ເຈື່ອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາພະ​ຍານ​ຫຼັກ​ຖານ​ປະ​ວັດ​ສາດ​ ແລະ ​ນິ​ຕິ​​ທຳ”. ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຈ່າ​ວິງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ໃຫ້​ຮູ້​ວ່າ, ບັນ​ດາ​ແຜນ​ທີ່ ແລະ ເອ​ກະ​ສານ​ທີ່​ໄດ້​ວາ​ງ​ສະ​ແດງ​ຢູ່​ທີ່ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​​ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫ​ວັດ​ສາດ ແລະ ແມ່ນ​ພື້ນ​ຖານ​ນິ​ຕິ​ທຳ​​ຢັ້ງຢືນ​ຢັນ​ອ​ະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​. ບັນ​ດາ​ກຸ່ມ​ວັດ​ຖຸ​ເອ​ກະ​ສານ​ຕ​ົ້ນ​ຕໍ່​ໄດ້​ນຳ​ມາ​ວາງ​ສະ​ແ​ດງ​ລວມ​ມີ: ບັນ​ດາ​ເອ​ກະ​ສານ​ພາ​ສາ​ຫວຽດ​ເດີມ, ເອ​ກະ​ສານ​ພາ​ສາ​ຫວຽດ​ ແລະ ຝ​ລັ່ງ ໂດຍ​ສະ​ໄໝ​ສັກ​ດີ​ນາ ແລະ ອຳ​ນາດ​ການ​ປົກ​ຄອງ​ຝ​ລັ່ງ ຢູ່​ອິນ​ດູ​ຈີນ ຈາກສະ​ຕະວັດ​ທີ 17 ຫາ​ຕົ້ນ​ສະ​ຕະ​ວັດ​ທີ 20 ໄດ້​ຢັ້ງ​ຢືນ​ວິ​ວັດ​ການສ້າງ​ຕັ້ງ, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝ​ູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ… ນອກນັ້ນ, ງານ​ວາງ​ສະ​ແດງ​ຍັງ​ວາງ​ສະ​ແດງ​ແຜນ​ທີ່ 65 ແຜນ​ທີ່​ພິ​ສຸດ​ໃຫ້​ເຫັນ​ອ​ະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝ​ູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ໂດຍ​ຫວຽດ​ນາມ, ຝ່າຍ​ຕາ​ເວັນ​ຕົກ​ປະ​ກາດ​ແຕ່​ສະ​ຕະ​ວັດ​ທີ 17 ມາ​ຮອດ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ