ງານແຂ່ງຂັນ ກິລາລະຫວ່າງພະນັກງານສະຖານທູດບັນດາປະເທດອາຊຽນ ຢູ່ ຮ່າໂນ້ຍ

(VOVWORLD) -ຕອນເຊົ້າວັນທີ 22 ກໍລະກົດ ຢູ່ ຮ່າໂນ້ຍ ໄດ້ດຳເນີນງານແຂ່ງຂັນກິລາ ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2017). 

 ງານແຂ່ງຂັນ ກິລາລະຫວ່າງພະນັກງານສະຖານທູດບັນດາປະເທດອາຊຽນ ຢູ່ ຮ່າໂນ້ຍ - ảnh 1ນັກກິລາ ແລະ ຜຸ້ແທນເຂົ້າຮ່ວມງານແຂ່ງຂັນ

ພາບ:baomoi.com

 ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ ມີນັກກິລາ ກວ່າ 300 ຄົນຊື່ງແມ່ນພະນັກງານຂອງບັນດາອົງການຈັດຕັ້ງຢູ່ ຫວຽດນາມ ແລະ ສະຖານທູດບັນດາປະເທດ ອາຊຽນ ຢູ່ ຮ່າໂນ້ຍ ດ້ວຍບັນດາປະເພດກິລາຄື: ປິງປອງ, ແທນນີດ, ດອກປີກໄກ່, ບານເຕະ.. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ກໍຄື ເພີ່ມທະວີຄວາມສະຫນິດຕິດພັນລະຫວ່າງພະນັກງານ ສະຖານທູດບັນດາປະເທດ ອາຊຽນ ຢູ່ ຮ່າໂນ້ຍ ແລະ ບັນດາກະຊວງ, ຂະແຫນງການຂອງຫວຽດນາມ ກວ່າອີກ. ທ່ານນາງ Maria Cynthia P. Pelayo, ອຸປະທູດຊົ່ວຄາວ ສະຖານທູດ ຟີລີບປີນ ຢູ່ ຮ່າໂນ້ຍ ເນັ້ນຫນັກວ່າ:

          “ພວກຂ້າພະເຈົ້າຂໍຂອບອົກຂອບໃຈກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງງານແຂ່ງຂັນກິລາລະຫວ່າງບັນດາສະຖານທູດ ອາຊຽນ ຢູ່ ຮ່າໂນ້ຍ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຕັ້ງຫນ້າ ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານກິລາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ງານແຂ່ງຂັນມື້ນີ້ແມ່ນການສະແດງໃຫ້ເຫັນ ຄຳໝັ້ນສັນຍາ ຂອງຫວຽດນາມ ສຳລັບແຜນການວຽກງານ ອາຊຽນ ກ່ຽວກັບກິລາໄລຍະ 2016 2020”

ຕອບກັບ

ຂ່າວ/ບົດ​ອື່ນ