ງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018

(VOVWORLD) -ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍສົມທົບກັບພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໄຂງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018
      ງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018 - ảnh 1ພິທີໄຂງານແຂ່ງຂັນກິລາເພື່ອສຸຂະພາບຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ປີ 2018 

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງໄວໜຸ່ມນະຄອນເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນເປີດກ້ວາງອະນາເຂດການປົກຄອງຂອງນະຄອນຫຼວງຮ່າໂນ້ຍ( ວັນທີ1 ສິງຫາປີ 2008- ວັນທີ 1 ສິງຫາປີ 2018) . ມີນັກກິລາກວ່າ 1000 ຄົນທີ່ແມ່ນໄວໜຸ່ມມາຈາກ 30 ເມືອງ, ເທດສະບານໃນນະຄອນໄດ້ມາຮ່ວມການແຂ່ງຂັນກິລາປະເພດຕ່າງໆ. ນອກຈາກນັ້ນ ກໍຍັງຈັດການເສັງຊອກຮູ້ກ່ຽວກັບກົດແຫ່ງການປະພຶດຂອງນະຄອນຫຼວງອີກດ້ວຍ.

     ໃນຕອນເຊົ້າຂອງວັນດຽວກັນ, ງານບຸນຖະໜົນ “ສິ່ງຍອດຍິ່ງຮ່າໂນ້ຍ - ເຕົ້າໂຮມ ແລະ ສະຫວ່າງສະໄຫວ” ໄດ້ຖືກຈັດຂຶ້ນຢູ່ບໍລິເວນຖະໜົນຍ່າງ ໜອງຮ່ວານກ້ຽມ ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນເປີດກ້ວາງອະນາເຂດການປົກຄອງຂອງນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ