ງານໂຮມຊຸມນຸມ, ສວນສະໜາມ ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ

ງານໂຮມຊຸມນຸມ, ສວນສະໜາມ ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ - ảnh 1
ພາບ​ປະ​ກອບ

​(vovworld) - ງານ​ໂຮມ​ຊຸມນຸມ, ສວນສະໜາມ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4/2015) ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 30/4 ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ບັນດາ​ການ​ນຳ​ພັກ, ​ລັດ, ສະພາ​ແຫ່ງ​ຊາດ, ອະດີດ​ການ​ນຳ​ພັກ, ​ລັດ, ສະພາ​ແຫ່ງ​ຊາດ, ການ​ນຳ, ອະດີດ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ນາຍ​ພົນ, ອະດີດ​ນັກຮົບ, ​ແມ່​ຫວຽດນາມ​ວິລະ​ຊົນ, ​ແລະ ຜູ້ຕາງໜ້າປະຊາຊົນ​ທຸກ​ຊັ້ນ​ວັນນະ ກໍ່​ຄື​ບັນດາ​ຄະນະ​ຜູ້​ແທນ​ສາກົນ​ຄື, ລາວ, ກຳປູ​ເຈຍ, ກູ​ບາ… ໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ອ່ານ​ສຸນ​ທອນ​ພົດນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975.

        “ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975 ​ແມ່ນ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດຊາດ. ພວກ​ເຮົາ​ໄດ້​ປະຕິບັດ​ສຳ​ເລັດ​ພາລະ​ກຳ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ນັ້ນ​ແມ່ນປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ​ໂຮມ​ປະ​ເທ​ດຊາດ​ເປັນ​ເອກະ​ພາບ, ນຳ​ປະ​ເທດ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່, ສັງກາດ​ແຫ່ງ​ເອກະລາດ, ​ເອກະ​ພາບ ​ແລະ ພ້ອມ​ກັນ​ກໍ່ສ້າງ​ປະ​ເທດ​ຫວຽດນາມ, ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຂອບ​ອົກ​ຂອບ​ໃຈ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ພິ​ເສດ​ແມ່ນ​ປະ​ເທດ​ໂຊ​ວຽດ, ຈີນ, ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ ທີ່​ໄດ້​ສະໜັບສະໜູນ, ຊ່ວຍ​ເຫຼືອ​ນັບ​ທັງ​ດ້ານ​ວັດຖຸ, ຈິດ​ໃຈ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ໃຫ້​ແກ່​ການ​ຕໍ່ສູ້​ອັນ​ເປັນ​ທຳ ​ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ຫວຽດນາມ. ​ໃນ​ໄລຍະ​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ:

        “​ໂດຍ​ເສີມ​ຂະຫຍາຍ​ນຳ້​ໃຈ ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ໝັ້ນ​ໝາຍ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ, ພະຍາຍາມ​ສູ້​ຊົນ, ປະຕິບັດ​ໃຫ້​ໄດ້​ຄວາມມຸ້ງ​ຫວັງ​ຂອງ​ປະທານ ​ໂຮ່ຈີ​ມິນ​ທີ່​ວ່າ ກໍ່ສ້າງ​ປະ​ເທດ​ໃຫ້​ພັດທະນາ ​ແລະ ສວຍ​ງາມ​ກວ່າ​ເກົ່າ. ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ, ​ແຕ່ລະຄົນ​ຈົ່ງ​ພ້ອມ​ກັນ​ຍູ້​ແຮງ​ຮອບດ້ານ​ພາລະກິດ​ປ່ຽນ​ໃໝ່, ນຳ​ປະ​ເທດ​ໃຫ້​ພັດທະນາ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ“.

        ຖັດມາ​ຜູ້ຕາງໜ້າ​ນັກຮົບ​ເກົ່າ, ​ພົນ​ຕີ ຫງວຽນ​ວັນ​ທ້າຍ​ໄດ້​ປະກອບ​ຄຳ​ເຫັນ​ຫວນ​ຄື​ໄຊຊະນະ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ວັນ​ທີ 30/4. ນັກ​ສຶກ​ສາ ຫງວຽນ​ບາ​ວ​ເຟືອງ​ຖູ​ຍ, ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ, ຕາງໜ້າ​ໃຫ້​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ກ່າວ​ຄວາມ​ເຫັນ, ​ໂດຍ​ຊີ້​ແຈ້ງວ່າ, ​ໄວ​ໜຸ່ມ​ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ທອດ​ມູນ​ເຊື້ອ, ປະກອບສ່ວນ​ເຂົ້າ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ,ປະຊາທິປະ​ໄຕ ​ແລະ ສີວິ​ໄລ.

        ສຸດ​ທ້າຍ​ແມ່ນ​ການ​ສວນສະໜາມ​ສະ​ແດງ​ກຳລັງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ (ທະຫານ, ຕຳຫຼວດ, ກອງ​ຫຼອນ…) ບັນດາ​ກຳລັງ​ມະຫາຊົນ: ກຳມະກອນ, ຊາວ​ກະ​ສີກ​ອນ, ປັນຍາ​ຊົນ, ນັກທຸລະກິດ, ​ແນວ​ໂຮມ​ປະ​ເທດ​ຊາດ, ສະມາຄົມ​ນັກຮົບ​ເກົ່າ, ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບ່ອນ, ສະມາ​ຄົມ​ແມ່ຍິງ, ຊາວ​ໜຸ່ມ…

        ຕອນ​ຄຳ​່ວັນ​ທີ 30/4, ນະຄອນ​ໂຮ່ຈິ​ມິນ, ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟ​ດອກ​ເພື່ອ​ຊົມ​ເຊີຍ40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​.


ຂ່າວ/ບົດ​ອື່ນ