ງານໂຮມຊຸມນຸມມິດຕິງ ຕອບສະໜອງວັດໂລກ ປອດຢາສູບ 31/5

ງານໂຮມຊຸມນຸມມິດຕິງ ຕອບສະໜອງວັດໂລກ ປອດຢາສູບ 31/5 - ảnh 1
ງານໂຮມຊຸມນຸມມິດຕິງຕອບສະໜອງວັດໂລກປອດຢາສູບ 31/5
(ພາບ: Hong Hanh)

(vovworld) - ງາມ​ໂຮມ​ຊຸມນຸມ​ມິດ​ຕິງ​ຕອບ​ສະໜອງ​ວັນ​ໂລກ​ປອດຢາສູບ​ຄື​ວັນ​ທີ 31/5 ​ແລະ ສັບປະດາ​ປອດ​ຢາສູບແຫ່ງ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ “ການ​ແຊກ​ແຊງ​ຂອງ​ອຸສາ​ຫະກຜະລິດຳ​ຢາສູບ​ຕໍ່​ນະ​ໂຍບາຍ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ”, ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/5 ຢູ່ຮ່າ​ໂນ​້ຍ. ກ່າວ​ຄຳ​ເຫັນ​ທີ່​ງາມ​ໂຮມ​ຊຸມນຸມ​ມິດ​ຕິງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ການ​ເມືອງ - ສັງ​ຄົ​ມ, ປະຊາຊົນ​ທຸກ​ຄົນ​ຈົ່ງຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ກະຊວງ​ສາທາລະນະ​ສຸກ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​​ແຜ່​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຂອງ​ຢາ​ສູບ ​ເພື່ອ​ປ່ຽນ​ແປງ​ສະຕິ​ຄວາມ​ຮູ້ ​ແລະ ການ​ກະທຳ​ສູບຢາ​ໃນ​ວົງ​ຄະນະ​ຍາດ​ໂດຍ​ໄວ, ປະກອບສ່ວນ​ຫຼຸດຜ່ອນ​ຜົນ​ຮ້າຍ​ໂດຍ​ຢາສູບ​ກໍຂຶ້ນ, ສືບ​ຕໍ່​ສ້າງລະບົບ​ນິຕິ​ກຳ​ກ່ຽວ​ກັບ​ການ​ປ​້ອງກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ​​ໃຫ້​ສົມບູນ​ແບບນັບ​ແຕ່​ເວລາ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ.

        ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ພະຍາດ ​ແລະ ​ເສຍ​ຊີວິ​ດຍ້ອງ​ຢາສູບ​ສູງ ດ້ວຍ​ຜູ້​ເສຍ​ຊີວິດ​ກ່ວາ 40.000 ຄົນ/ປີ ​ແລະ ຄາດ​ວ່າ​ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ເຖິງ 70.000 ຄົນ/ປີ​ໃນ​ປີ 2030. ນອກ​ຈາກ​ນັ້ນ​ແລ້ວ, ຈຳນວນຄົນ​ທີ່​ບໍໍ່ສູບຢາ 2/3, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ຮັບ​ຜົນ​ສະທ້ອນ​ຈາກ​ຄັວນຢາສູບ​ຢູ່​ເຮືອນ, ສະຖານ​ທີ່​ເຮັດ​ວຽກ ​ແລະ ສາທາລະນະ​ ​ເປັນ​ປະຈຳ.

ຂ່າວ/ບົດ​ອື່ນ