ງານໂຮມຊຸມນຸມຢູ່ສ.ເຊັກໂກສະໜັບສະໜູນຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບທະເລຕາເວັນອອກ

ງານໂຮມຊຸມນຸມຢູ່ສ.ເຊັກໂກສະໜັບສະໜູນຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບທະເລຕາເວັນອອກ - ảnh 1
ຜູ້ຕາງໜ້າຄະນະຈັດຕັ້ງສະແດງການສະໜັບສະໜູນປະຊາຄົມ ຊາວ ຫວຽດນາມ ຢູ່ ເຊັກໂກ ສຳລັບຄຳຕັດສິນຂອງ PCA

(vovworld) – ຕອນ​ບ່າຍ​ວັນ​ທີ 23/8, ຢູ່​ສະ​ໜາມ​ຫຼວງ ປຣາຮາ, ກຸ່ມ​ອ້າຍ​ນ້ອງ​ເພື່ອ​ບ້ານ​ເກີ​ດ​ເມືອງ​ນອນ ​ແລະ ສະມາຄົມ​ຊາວ ຫວຽດນາມ ຢູ່​ນະຄອນ Chomutov ທີ່ ສ.​ເຊັກ​ໂກ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​​ໂຮມ​ຊຸມ​ນຸມມິດ​ຕິງສະໜັບສະໜູນ​ຄຳ​ຕັດສິນ​​ຂອງ​ສານ​ອະນຸຍາ​ໂຕ​ຕຸລາ​ການ​ ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຟ້າ​ມຮົ່ງທ໋າຍ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ, ​ໄດ້​ສະຫລຸບຫຍໍ້​ບັນດາ​ຄຳ​ຕັດສິນ​ໃນ​ວັນ​ທີ 12/7 ຂອງ​​ສານ​ອະນຸຍາ​ໂຕ​ຕຸລາ​ການ​ກ່ຽວ​ກັບ​ກໍລະນີ​ຟ້ອງ​ຮ້ອງ​ຈີນ ຂອງ ຟີ​ລິບ​ປິນ. ທ່ານ​ເນັ້ນ​ໜັກ​ວ່າ: ຄຳ​ຕັດສິນ​ຂອງ​ສານ​ໄດ້​ປະຕິ​ເສດ​ຄຳ​ຮຽກ​ສິດ “​ເສັ້ນ​ 9 ຕອນ” ຂອງ ຈີນ, ປະຕິ​ເສດຖະ​ແຫຼ​ງການ​ກ່ຽວ​ກັບ “ສິດ​ປະຫວັດສາດ” ຂອງ ຈີນ​ສ​ຳລັບ​ບັນດາ​ຊັບພະຍາກອນ​ຢູ່​ເຂດ​ທະ​ເລດ້ວຍ​ອັນ​ໄດ້​ເອີ້ນ​ວ່າ “​ເສັ້ນ​ 9 ຕອນ”… ຄະນະ​ຈັດ​ຕັ້ງ​ໄດ້​ອອກ​ຖະ​ແຫຼ​ງກາ​ນ​ເປັນພາສາ ອັງກິດ ​ແລະ ພາສາ ​ເຊັກ​ໂກ ຊົມ​ເຊີຍ​ເລື່ອງສານ​ອະນຸຍາ​ໂຕ​ຕຸລາ​ການ​ ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະໜັບສະໜູນ​ການ​ແກ​້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ສະ​ເໜີ​ບັນດາ​ປະ​ເທດ, ບັນດາ​ຝ່າຍ​ກ່ຽວ​ຂ້ອງຕ້ອງ​ເຄົາລົບ ​ແລະ ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາ​ການ​ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS), ຮຽກຮ້ອງ​​ໃຫ້ຈີນ ຈົ່ງຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ, ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ກໍ່​ຄື​ການ​ເຄື່ອນ​ໄຫ​ວນາບ​ຂູ່​ຊາວ​ປະມົງ​ຫາ​ປາ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.


ຂ່າວ/ບົດ​ອື່ນ