ງານໂຮມຊຸມນຸມສະເຫຼີມສະຫຼອງ39ປີແຫ່ງວັນສະຖາປະນາປະເທດສປປລາວ

ງານໂຮມຊຸມນຸມສະເຫຼີມສະຫຼອງ39ປີແຫ່ງວັນສະຖາປະນາປະເທດສປປລາວ - ảnh 1
ງານໂຮມຊຸມນຸມສະເຫຼີມສະຫຼອງ 39 ປີແຫ່ງວັນສະຖາປະນາປະເທດ ສປປລາວ
(ພາບປະກອບ)


(vovworld) – ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ, ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​​ໄດ້​ຮັບ​ການ​ຢັ້ນຢືນ​ອີກ​ເທື່ອ​ໜຶ່ງທີ່​ພິທີ​ສະ​ເຫຼີມສະຫຼອງ 39 ປີ​ແຫ່ງ​ວັນ​ສະຖາ​ປະນາ ສປປລາວ, ທີ່ດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 28/11, ຢູ່​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ. ​ໃນ​ບັນ​ຍາກາດ​​ແຫ່ງ​ຄວາມສາມັກຄີ, ​ມິດຕະພາບ, ບັນດາ​ນັກສຶກສາຫວຽດນາມ ​ແລະ ນັກ​ສຶກສາລາ​ວ ​ໄດ້​ພ້ອມ​ກັນ​ຟ້ອນ​ລຳ​ທຳ​ເພງ​​ກ່ຽວ​ກັບ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ. ​ໃນ​ຕະຫຼອດພາລະກິດ​ປະຕິວັດ​ຂອງ 2 ຊາດ​ຫວຽດນາມ - ລາວ, ຍາມ​ໃດການ​ນຳ​ລຸ່ນຕ່າງໆ​ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ກໍ່​ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍຄວາມ​ສະໜິດ​ຕິດ​ພັນ ​ແລະ ອາລົມ​ຈິດ​ພິ​ເສດ. ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ, ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ 2 ປະ​ເທດ ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 413 ​ໂຄງການ ຂອງ​ບັນດາ​ນັກ​ລົງທຶນ​ຫວຽດນາມ ທີ່​ລົງທຶນ​ຢູ່​ລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 5 ຕື້ USD. 2 ປະ​ເທດ​ພວມ​ຕັ້ງ​ໜ້າ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ມີ​ລັກສະນະ​​ເຊື່ອມ​ຈອດຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​​ໃຫ້ບັນລຸ 2 ຕື້ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ