ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20 ຕຸລາ

(VOVWORLD) -ຕອນຄ່ຳວັນທີ 19 ຕຸລາ, ຢູ່ໂຮງບູຊາອາໄລຫາແມ່ຫວຽດນາມວິລະຊົນ- ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫງວຽນທິແຣ່ງ (ຕາແສງ ເຟືອກຫຽບ, ເມືອງກູຈີ, ນະຄອນໂຮ່ຈິມິນ) ໄດ້ດຳເນີນລາຍການສະແດງສິລະປະ “ ບັນດາດວງດາວນະຄອນ” ໂດຍສະຫະພັນແມ່ຍິງນະຄອນ ແລະ ໜັງສືພິມແມ່ຍິງນະຄອນ ສົມທົບກັນຈັດຂຶ້ນ
ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20 ຕຸລາ - ảnh 1ນາງ ຫງວຽນທິຫງອກບິກ ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນມອບດອກໄມ້ໃຫ້ແກ່ນັກຮົບຄະນະແມ່ຍິງຂົນຂວາຍໄຊງ່ອນ-ຢາດີ້ງ 

ລາຍການເພື່ອເຊີດຊູກຳລັງພະນັກງານ, ນັກຮົບຄະນະແມ່ຍິງຂົນຂວາຍໄຊງ່ອນ-ຢາດີ້ງຊຶ່ງໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ທ່ານນາງ ຫງວຽນທິຫງອກບິກ ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນ ເວົ້າວ່າ : 

    “ ມື້ນີ້ຢູ່ດິນແດນ ກູຈີ ແຫ່ງວິລະຊົນ, ພວກເຮົາມີໂອກາດໄດ້ກັບຄືນຢ້ຽມຢາມເຮືອນຂອງແມ່ ຕ້າມແຮ່ງ ຊຶ່ງແມ່ນແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫງວຽນທິແຣ່ງ ໄດ້ຖະຫວາຍດອກໄມ້ທູບທຽນບູຊາ ອາໄລຫາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ່ນກ່ອນໆທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດຂອງປະເທດຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ