ຈັດຕັ້ງການພົບປະເເລກປ່ຽນວັດທະນະທຳອາຫານການກິນຮ່າໂນ້ຍກັບເພື່ອນມິດສາກົນຄັ້ງທຳອິດ

(VOVWORLD) -ລາຍການ ພົບປະເລກປ່ຽນວັດທະນະທຳອາຫານການກິນ ຮ່າໂນ້ຍ ກັບເພື່ອນມິດສາກົນ ຈະດຳເນີນເປັນເວລາ 2 ວັນ ວັນທີ 16-17 ມິຖຸນາ 2017 ຢູ່ ເຂດເຮືອນແປດໜ້າ, ທາງຫຼັງອະນຸສາວະລີ ຫຼີທ໋າຍໂຕ, ເມືອງຮ່ວານກ໋ຽມ. 
ຈັດຕັ້ງການພົບປະເເລກປ່ຽນວັດທະນະທຳອາຫານການກິນຮ່າໂນ້ຍກັບເພື່ອນມິດສາກົນຄັ້ງທຳອິດ - ảnh 1 (ຝ່າຍຮ່າໂນ້ຍເຂົ້າຮ່ວມມີບັນດາໝູ່ບ້ານອາຊີບ)

ນີ້ເປັນຄັ້ງທຳອິດທີ່ນະຄອນຫຼວງຮ່າໂນ້ຍ ຈັດຕັ້ງລາຍການພົບປະແລກປ່ຽນນີ້ ເພື່ອແນໃສ່ໂຄສະນາ, ເຜີຍແຜ່ ແລະ ແນະນຳສິ່ງຍອດຍິ່ງດ້ານອາຫານການກິນທີ່ເປັນມູນເຊື້ອສະເພາະພິເສດຂອງນະຄອນຫຼວງ ເຖິງປະຊາຊົນຢູ່ໃນປະເທດ ແລະ ແຂກທ່ອງທ່ຽວສາກົນຢ່າງກວ້າງຂວາງ. ເຂດນຳສະເໜີ, ວາງສະແດງ, ປຸງແຕ່ງ ແລະ ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ມີປະມານ 90 ຮ້ານ, ໃນນັ້ນ ອາຫານການກິນຕ່າງປະເທດມີ 40 ຮ້ານ, ອາຫານການກິນຮ່າໂນ້ຍ ມີ 50 ຮ້ານ. ລາຍການພົບປະເລກປ່ຽນວັດທະນະທຳສິລະປະ ໄດ້ແນະນຳເຖິງປະຊາຊົນ ແລະ ແຂກທ່ອງທ່ຽວບັນດາລາຍການຟ້ອນ, ຮ້ອງລຳທຳເພງທີ່ເປັນເອກະລັກສະເພາະ, ຍ້ອງຍໍຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງນະຄອນຫຼວງ. ບັນດາປະເທດເຂົ້າຮ່ວມລາຍການ ຈະໄດ້ສະແດງສິລະປະວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດເຂົາເຈົ້າ. ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດບາງປະເທດ ປະຈຳຢູ່ຮ່າໂນ້ຍ, ບັນດາສູນວັດທະນະທຳຕ່າງປະເທດ. ຝ່າຍຮ່າໂນ້ຍເຂົ້າຮ່ວມມີບັນດາໝູ່ບ້ານອາຊີບ, ອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດອາຫານການກິນໃນບໍລິເວນນະຄອນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ