ຈັດຕັ້ງການແຂ່ງຂັນຄວາມຈຳດີ ຫວຽດນາມ ຄັ້ງທຳອິດ

(VOVWORLD) - ຕອນບ່າຍວັນທີ 23 ມັງກອນ, ຢູ່ ຮ່າໂນ້ຍ ໄດ້ດຳເນີນການແຂ່ງຂັນຄວາມຈຳດີ ຫວຽດນາມ ປີ 2019
ຈັດຕັ້ງການແຂ່ງຂັນຄວາມຈຳດີ ຫວຽດນາມ ຄັ້ງທຳອິດ - ảnh 1 ການແຂ່ງຂັນຄວາມຈຳດີ ຫວຽດນາມ ປີ 2019 (ພາບ: tuoitre.vn)

ນີ້ແມ່ນປີທຳອິດທີ່ ຫວຽດນາມ ຈັດຕັ້ງການແຂ່ງຂັນນີ້ ແນໃສ່ຊອກຫາບັນດາຜູ້ທີ່ມີຄວາມຈຳດີເພື່ອເຂົ້າຮ່ວມການແຂ່ງຂັນຄວາມຈຳດີສາກົນ.

        ເນື່ອງໃນໂອກາດນີ້, ອົງການສະຖິຕິ ຫວຽດນາມ ໄດ້ມອບຫຼຽນກາລະນຶກເຊີດຊູສະມາຊິກທິມຄວາມຈຳດີ ຫວຽດນາມ ພ້ອມດ້ວຍຄະນະຄູຝຶກ 11 ຄົນ.

        ຫວຽດນາມ ແມ່ນປະເທດທີ 39 ໃນໂລກໄດ້ຈັດຕັ້ງການແຂ່ງຂັນຄວາມຈຳດີລະດັບຊາດ, ແມ່ນເງື່ອນໄຂສຳຄັນເພື່ອໃຫ້ໄດ້ລະບູຊື່ໃນແຜນທີ່ຄວາມຈຳໂລກ.

        ແຊັມປຽນໃນການແຂ່ງຂັນຄວາມຈຳດີປີ 2019 ຈະໄດ້ຮັບລາງວັນ 300 ລ້ານດົ່ງ. ຜູ້ທີ່ມີຄວາມຈຳດີທີ່ສຸດ 12 ຄົນຈະໄດ້ຮັບການຄັດເລືອກເຂົ້າທິມຊາດເພື່ອໄປເຂົ້າຮ່ວມການແຂ່ງຂັນຄວາມຈຳດີໃນໂລກ 2019 ຢູ່ ຈີນ ໃນເດືອນ ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ