ຈັດຕັ້ງງານມະໂຫລານສິລະປະຫວຽດນາມ,ລາວ,ກຳປູເຈຍ,ມຽນມາ ແລະໄທ

ຈັດຕັ້ງງານມະໂຫລານສິລະປະຫວຽດນາມ,ລາວ,ກຳປູເຈຍ,ມຽນມາ ແລະໄທ - ảnh 1
ພາບປະກອບ

(vovworld) –  ງານ​ມະ​ໂຫລານ​ສິລະ​ປະ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ປີ 2016, ​ໂດຍ​ກົມ​ສິລະ​ປະກຳ​ຈັດ​ຕັ້ງ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ຮັບຜິດຊອບ, ຈະ​​ໄດ້​​ດຳ​ເນີນ​​​ໃນ​ເດືອນ 7 ຈະ​ມາ​ເຖິງ​ຢູ່​ແຂວງ​ກວາງ​ຈິ້. ງານ​ມະ​ໂຫລານ​ສິລະ​ປະ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ​ແມ່ນ​ວັນບຸນ​ສິລະ​ປະ​ຄັ້ງ​ໃຫຍ່​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປິນບັນດາ​ປະ​ເທດ​ໄດ້​ພົບ​ປະ, ​ແລກປ່ຽນ​ບົດຮຽນ, ຮັບ​ເອົາ​ບັນດາ​ສິ່ງ​ຍອດ​ຍິ່ງ​ໃນ​ການປະດິດຄິດ​ສ້າງ​ສິລະ​ປະ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ປະ​ເທດ​ໄດ້​ຮັດ​ແໜ້ນ​ຄວາມ​ສາມັກຄີ, ນຳ້​ໃຈ​ມິດຕະພາບ​ໃນ​ປະຊາ​ຄົມ ອາ​ຊຽນ ​ໃນ​ຂົງ​ເຂດວັດທະນະທຳ​ສິລະ​ປະ.

        ​ເຂົ້າ​ຮ່ວມ​ງານ​ມະ​​ໂຫລານ​ແມ່ນ​ບັນດາລາຍ​ການສະ​ແດງ​ສິລະ​ປະ​ດ້ວຍ​ຄຸນ​ນະພາ​ບສູງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ຊາດ, ປະຊາຊົນ, ຜົນງານ​ຂອງ​ບັນດາປະ​ເທດ​ໃນ​ກຸ່ມ ອາ​ຊຽນ, ພິ​ເສດ​ແມ່ນ​ນຳ້​ໃຈ​ສາມັກຄີ​ຂອງ​ບັນດາ​ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ.

 


ຂ່າວ/ບົດ​ອື່ນ