ຈັດຕັ້ງພິທີສະເຫຼີມສະຫຼອງວັນກົດໝາຍປີ 2014

ຈັດຕັ້ງພິທີສະເຫຼີມສະຫຼອງວັນກົດໝາຍປີ 2014 - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເຫັນ​ດີກາ​ນຈັດ​ຕັ້ງພິທີ​ສະ​ເຫຼີມສະຫຼອງ​ວັນ​ກົດໝາຍ​ປີ 2014 ​ແລ​ະ ປຸກລະດົມ​ການ​ເສັງ​ຂຽນ “ຊອກ​ຮູ້​ລັດຖະທຳ​ມະນູນ​ປະ​ເທດ​ສາທາລະນະ​ລັດ, ສັງຄົມ​ນິຍົມ​ຫວຽດນາມ” ​ໃນ​ວັນ​ທີ 06/11/2014. ຕາມ​ກະຊວງ​ຍຸ​ຕິ​ທຳ​ແລ້ວ, ການຈັດ​ຕັ້ງ​ວັນກົດໝາຍ ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ລັດຖະທຳ​ມະນູນ, ກົດໝາຍ, ການ​ສຶກສາ​ເຄົາລົບ​ກົດໝາຍ​ໃນ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ເລື່ອງ​ຈັດ​ຕັ້ງ​ວັດ​ກົດໝາຍ ​​ເມື່ອ​ເດືອນ 11/2013 ​ໄດ້​ກາຍ​ເປັນ​ເຫດການ​ການ​ເມືອງ - ກົດໝາຍ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ, ຕອບ​ສະໜອງ​ຂອງ​ທົ່ວ​ສັງຄົມ​ຢ່າງ​ກວ້າງຂວາງ. ປີ 2014 ​​​ແມ່ນ​ປີ​ທຳ​ອິດ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ ປີ 2013, ​ເປັນ​ລັດຖະທຳ​ມະນູນ​ຂອງ​ຍຸກ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​​ໄໝ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ.
ຂ່າວ/ບົດ​ອື່ນ