ຈັດຕັ້ງສັບປະດາ “ຊັບສິນທາງປັນຍາ ຊຸກຍູ້ການເຄື່ອນໄຫວປ່ຽນໃໝ່ຢ່າງມີ ຫົວຄິດປະດິດສ້າງ”

ຈັດຕັ້ງສັບປະດາ “ຊັບສິນທາງປັນຍາ ຊຸກຍູ້ການເຄື່ອນໄຫວປ່ຽນໃໝ່ຢ່າງມີ ຫົວຄິດປະດິດສ້າງ” - ảnh 1
(ພາບປະກອບ)

(vovworld) - ​ແຕ່​ວັນ​ທີ 22 – 26/04, ກົມ​ຊັບ​ສິນ​ທາງ​ປັນຍາ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້ຈັດ​ຕັ້ງ​ສັບ​ປະດາ “ຊັບ​ສິນ​ທາງ​ປັນຍາ ຊຸກຍູ້​ການ​ເຄື່ອນ​ໄຫວ​ປ່ຽນ​ໃໝ່​ຢ່າງມີຫົວຄິດ​​ປະດິດ​ສ້າງ” ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ​ໃນ​ທົ່ວ​ປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ກ່ຽວຂ້ອງ​ເຖິງ​ກຳມະ​ສິດ​ພູມ​ປັນຍາ​ໄດ້​ຈັດ​ຂຶ້ນ, ​ໃນ​ນັ້ນ​ມີການ​​ເສັງ “ການ​ອອກ​ແບບ infographich ກ່ຽວ​ກັບຊັບ​ສິນ​ທາງປັນຍາ”. ນັ້ນ​ແມ່ນ​ກາ​ນ​ເສັງອອກ​ແບບສະ​ແດງບັນດາ​ຂໍ້​ມູນຂ່າວສານ​ດ້ວຍ​ຮູບ​; ສະໜອງຂໍ້​ມູນ​ສັບສົນຜ່ານ​ການ​​ສະ​ແດງ​ໂດຍ​ຫຍໍ້, ຈະ​ແຈ້ງ​ດ້ວຍ​ສັນຍາ​ລັກ, ​ແຜນ​ທີ່ ​ແລ​ະ ບັນດາ​ບົດ​ຂຽນ​ເຕັກນິກ. ນອກຈາກ​ນັ້ນ, ຍັງ​ມີ​ການ​ເສັງ ​ແລະ ກອງ​ປະຊຸມ​ສຳມາ​ນາລາຍ​ງານ​ໝາກຜົນ​ການ​ເສັງ “ຄົ້ນຄວ້າ​ວິທະຍາສາດ​ຂອງ​ນັກ​ສຶກສາ​ກ່ຽວ​ກັບຊັບ​ສິນ​ທາງ​ປັນຍາ”, ການ​ເສງ “ຍົກ​ສູງ​ການປະດິດຄິດ​ສ້າງ”... ​

ຂ່າວ/ບົດ​ອື່ນ