ຈັດຕັ້ງເຫດການ “ເພື່ອຮ່າໂນ້ຍສີຂຽວ“

ຈັດຕັ້ງເຫດການ “ເພື່ອຮ່າໂນ້ຍສີຂຽວ“ - ảnh 1
​ເຫດການ “​ເພື່ອ​ຮ່າ​ໂນ້ຍສີຂຽວ“ ​ແລະ ວັນ​ບຸນ ວັດທະນະທຳ Ireland 2017
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 18/3, ​ໃນ​ສວນ​ດອກ​ໄມ້ ຫຼີທ໋າຍ​ໂຕ, ຮ່າ​ໂນ້ຍ, ສະຖານທູດ ​Ireland ປະຈຳ ຫວຽດນາມ ຈັດ​ຕັ້ງ​ເຫດການ “​ເພື່ອ​ຮ່າ​ໂນ້ຍສີຂຽວ“ ​ແລະ ວັນ​ບຸນ ວັດທະນະທຳ Ireland 2017, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນຊາດ Ireland 17/3, ກໍ່​ຄື​ວັນ Patrick ຂອງ​ປະ​ເທດ​ນີ້. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາງ Cait Moran ​ເອກ​ອັກຄະ​ລັດຖະທູດ Ireland ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ, ປີ 2017 ​ແມ່ນ​ປີ​ທີ 8 ຂອງ​ຂໍ້​ລິ​ເລີ່​ມ  “​ເພື່ອ​ໂລກ​ສີຂຽວ“, ນະຄອນ ຮ່າ​ໂນ້ຍ ກາຍ​ເປັນ​ນະຄອນ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຂົ້າ​ຮ່ວມ​ເຫດການ​ນີ້ ​ແລະ ສວນ​ດອກ​ໄມ້ ຫຼີທ໋າຍ​ໂຕ ກາຍ​ເປັນ​ສະຖານ​ທີ່ 100 ຢູ່​ໃນ​ໂລກ ​ເຕັມ​ໄປ​ດ້ວຍສີຂຽວ​ໃນ​ວັນ Patrick. ທ່ານ​ນາງ​ຫວັງ​ວ່າ​ເຫດການ​ນີ້​ຈະ​ສົ່ງ​ເສີມ​ຊາວ ຫວຽດນາມ​ມາ​ຢ້ຽມຢາມ Ireland ​ເພື່ອ​ຄົ້ນ​ຫາ​ສິ່ງ​ມະຫັດສະຈັນ ກໍ່​ຄື​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ