ຈັດພິທີເປີດນໍາໃຊ້ສໍານັກງານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ, ຂອງຂວັນຈາກລັດຖະບານຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 9 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ກະຊວງແຜນການ ແລະ ການລົງທຶນ ລາວ ໄດ້ສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງພິທີເປີດນໍາໃຊ້ສໍານັກງານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ ຕຶກໃໝ່, ເຊິ່ງເປັນໂຄງການໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອ.  
ຈັດພິທີເປີດນໍາໃຊ້ສໍານັກງານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ, ຂອງຂວັນຈາກລັດຖະບານຫວຽດນາມ - ảnh 1 ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ (ພາບ:TTXVN)

 ກ່າວຄໍາເຫັນທີ່ພິທີ, ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ  ຢັ້ງຢືນວ່າ ນີ້ແມ່ນໂຄງການສໍາຄັນ, ແມ່ນໂຄງການແບບຢ່າງສໍາລັບການຮ່ວມມືລາວ - ຫວຽດນາມ ໃນໄລຍະໃໝ່; ພ້ອມທັງສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍໃຫ້ການຮ່ວມມື, ຊ່ວຍເຫຼືອ ລາວ ໃນທຸກຂົງເຂດໃນຕະຫຼອດໄລຍະຜ່ານມາ.

        ເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ຫງວຽນວັນຈູງ ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ - ລາວ ໃຫ້ຮູ້ວ່າ ເລື່ອງເປີດນໍາໃຊ້ສໍານັກງານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ ຕຶກໃໝ່ ຈະຊ່ວຍໃຫ້ພະນັກງານ, ພາລະກອນຄະນະກໍາມະການຮ່ວມມື ລາວ - ຫວຽດນາມ ມີເງື່ອນໄຂເຮັດວຽກດີກວ່າເກົ່າ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

        ເນື່ອງໃນໂອກາດນີ້, ທ່ານ ຫງວຽນວັນຈູງ ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ - ລາວ ໄດ້ຕາງໜ້າໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ມອບຈໍານວນເງິນ 10.000 USD ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກຜົນສະທ້ອນຈາກໄພນໍ້າຖ້ວນຢູ່ບັນດາແຂວງທາງພາກໃຕ້ ລາວ ດ້ວຍຄວາມຫວັງວ່າ ສາມາດຊ່ວຍແກ້ໄຂຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່່ງ ແລະ ນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ເປັນປົກກະຕິໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ