ຈົດໝາຍຂອງປະທານປະເທດເນື່ອງໃນໂອກາດວັນມູນເຊື້ອປ້ອງກັນຕ້ານພະຍຸ, ຫຼຸດຜ່ອນໄພທຳມະຊາດ

ຈົດໝາຍຂອງປະທານປະເທດເນື່ອງໃນໂອກາດວັນມູນເຊື້ອປ້ອງກັນຕ້ານພະຍຸ, ຫຼຸດຜ່ອນໄພທຳມະຊາດ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ)

​(vovworld) – ​ເນື່ອ​ງ​ໃນ​ໂອກາດວັນ​ມູນ​ເຊື້ອ​ປ້ອງ​ກັນຕ້ານ​ພະຍຸ, ຫຼຸດຜ່ອນ​​ໄພ​ທຳ​ມະ​ຊາດ (22/05/2015), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດໝາຍ​ເຖິງ​ປະ​ຊາ​ຊົນ, ​ເພື່ອນ​ສະຫາຍ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ​. ​ເນື້ອ​ໃນ​ຂອງ​ຈົດໝາຍ​ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີຜ່ານມາ, ສະພາບ​ອາກາດ, ​ໄພ​ທຳ​ມະ​ຊາດ​ມີ​ການ​ຜັນ​ແປ່​ຢ່າງ​ສັບສົນ, ຜິດ​ປົກກະຕິ; ພະຍຸ, ນ້ຳ​ຖ້ວມ, ນ້ຳ​ແກ່ງ, ດິນ​​ເຊາະເຈື່ອນ, ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຂຶ້ນ​ສູງ​ ໄດ້​ເກີດຂຶ້ນ​ຫຼາຍ​ກວ່າ​ເກົ່າ, ຢູ່​ຫຼາຍ​ເຂດ​ໃນ​ທົ່ວ​ປະ​ເທດ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່, ການ​ຜະລິດ, ຊີວິດ​ອິນ​ຊີ, ຊັບ​ສົມບັດ​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ຈັດ​ຕັ້ງມະຫາຊົນ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ທຸກ​​ຄົນ ສືບ​ຕໍ່​ຊາບ​ຊຶມ ​ແລະ ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດໃຫ້​ດີ, ນຳ​ເນື້ອ​ໃນ​ປ້ອງ​ກັນ, ຕ້ານ​​ໄພ​ທຳ​ມະ​ຊາດ​ເຂົ້າ​ໃນ​ວຽກ​ງານ​ວາງ​ແຜນສັງ​ລວມ, ​ແຜນກາ​ນພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທົ່ວປະ​ເທດ​, ຂອງບັນດາ​ຂະ​ແໜງການ, ທ້ອງ​ຖີ່ນເຂົ້າ​ໃນການ​ເຄື່ອນ​ໄຫວ​ລົງທຶນ​ກໍ່ສ້າງ, ຍົກ​ລະດັບ​ບັນດາ​ເຂດ​ຕົວ​ເມືອງ…. ​ເພີ່ມ​ທະວີ, ຍົກ​ສູງ​ຄຸນ​ນະພາ​ບວຽກງານ​ພະຍາ​ກອນ; ຍົດ​ສູງ​ຄວາມ​ຮັບຜິດຊອບ, ສາມັກຄີ, ຮ່ວມ​ແຮງ​ຮ່ວມ​​ໃຈ​ລະຫວ່າງ​ບັນດາ​ກຳລັງຢ່າງ​ແໜ້ນ​ແຟ້ນ; ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ໄພ​ທຳ​ມະ​ຊາດ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ…. ​ປະກອບສ່ວນ​ປົກ​ປັກ​ຮັກສາ​ຊີວິດ​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ຢ່າງໝັ້ນຄົງ​ຂອງ​ປະ​ເທດ​.

ຂ່າວ/ບົດ​ອື່ນ