ຈີນ ກຽມພ້ອມຕໍ່ສົງຄາມການຄ້າທີ່ແກ່ຍາວກັບ ອາເມລິກາ

(VOVWORLD) - ວັນທີ 16 ມິຖຸນາ, ວາລະສານການເມືອງ ຈ໊ຽວຊື້ ຂອງພັກກອມມູນິດ ຈີນ ໄດ້ຄັດສະເໜີບົດວິຈານທີ່ຖືວ່າ  ອາເມລິກາ ຕີລາຄາຕ່ຳເຈດຈຳນົງຂອງ ຈີນ ໃນສົງຄາມການຄ້າ ແລະ ປັກກິ່ງ ກຽມພ້ອມຕໍ່ສົງຄາມເສດຖະກິດທີ່ແກ່ຍາວ. 
ຈີນ ກຽມພ້ອມຕໍ່ສົງຄາມການຄ້າທີ່ແກ່ຍາວກັບ ອາເມລິກາ - ảnh 1 (ພາບປະກອບ / THX/TTXVN)

ຕາມບົດວິຈານໄດ້ຄັດສະເໜີໃນວາລະສານ ຈ໊ຽວຊື້, ຈີນ ຈະບໍ່ຜ່ອນສັ້ນຜ່ອນຍາວບັນດາຫຼັກການຕົ້ນຕໍໃນການເຈລະຈາກັບ ອາເມລິກາ ກ່ຽວກັບການຢຸດຕິຄວາມບໍ່ລົງລອຍກັນ.

        ວາລະສານ ຈ໊ຽວຊື້ ໄດ້ກ່າວຫາ ອາເມລິກາ ໄດ້ພະຍາຍາມກີດຂວາງວິວັດການປ່ຽນແປງໃໝ່ເຕັກໂນໂລຊີຂອງ ຈີນ. ວາລະສານນີ້ ກໍ່ກ່າວເຕືອນຄວາມບໍ່ລົງລອຍກັນດ້ານການຄ້າ ຊຶ່ງແນ່ນອນວ່າຈະມີການກະທົບຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ