ຈີນ ຖະແຫຼງສະໜັບສະໜູນການເຈລະຈາກ່ຽວກັບບັນຫານິວເຄຼຍໃນແຫຼມ ເກົາຫຼີ

ຈີນ ຖະແຫຼງສະໜັບສະໜູນການເຈລະຈາກ່ຽວກັບບັນຫານິວເຄຼຍໃນແຫຼມ ເກົາຫຼີ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ ຈິງຈວາງ
(ພາບ: China Daily/ TTXVN)

(vovworld) - ວັນ​ທີ 21/02 ຈີນ ຖະ​ແຫຼ​ງວ່າ ປະ​ເທດ​ນີ້ ສະໜັບ​ສະ​ໜູນ​ບັນ​ດາ​ຝ່າຍ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການ​ເຈລະຈາ ​ແລະ ການພົບ​ປະ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ໜຶ່ງ​ໃຫ້​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ ຈິງຈວາງ ຍົກ​ອອກ​ຖ​ະ​ແຫຼ​ງການ​ດັ່ງກ່າວ ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ໄລຍະ ​ເມື່ອວິຈານ​ກ່ຽວ​ກັບ​ຂ່າວທີ່​ວ່າ ອາ​ເມ​ລິ​ກາ ​ແລະ ສປປ.​ເກົາຫຼີ​ ພວມ​ກະກຽມ​ການ​ພົບ​ປະລະ​ຫວ່າງ​ບັນດາ​ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ ສປປ.​ເກົາຫຼີ ​ແລະ ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ ອາ​ເມ​ລິ​ກາ. ທ່ານ ຈິງຈວາງ ກໍ່​ເນັ້ນ​ໜັກ​ວ່າ: ປັກ​ກີ​ງ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ ສປປ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ, ຍູ້​ແຮງ​ການ​ຕິດ​ຕໍ່ພົວພັນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ​ແລະ ກັນ ​ແລະ ຊອກ​ຫາ​ມາດ​ຕະການ​ ​ໂດຍ​ຜ່ານ​ການ​ເຈລະຈາ ​ແລ​ະ ທາ​ບທາມ​ຄຳ​ເຫັນ.

ຕອບກັບ

ຂ່າວ/ບົດ​ອື່ນ