ຈີນ ປະຕິເສດບັນດາຄຳກ່າວຫາຂອງ ອາເມລິກາ ກ່ຽວກັບການລະເມີດຂໍ້ກຳນົດ WTO

(VOVWORLD) -ທ່ານນາງ ຮ່ວາຊວນຢີ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ: “ຈີນ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນ, ຮັກສາຄຳໝັ້ນສັນຍາ...

 ຈີນ ປະຕິເສດບັນດາຄຳກ່າວຫາຂອງ ອາເມລິກາ ທີ່ວ່າ ປັກກິ່ງ ລະເມີດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO), ຊຶ່ງໄດ້ຢັ້ງຢືນວ່າ ປະເທດນີ້ຈະສືບຕໍ່ປະຕິບັດຕາມບັນດາຫຼັກການນັ້ນ ແລະ ຮຽກຮ້ອງໃຫ້ ອາເມລິກາ ປະຕິບັດສິ່ງຄ້າຍຄືກັນ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 17 ກໍລະກົດ, ທ່ານນາງ ຮ່ວາຊວນຢີ໋ງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ: “ຈີນ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນ, ຮັກສາຄຳໝັ້ນສັນຍາ ແລະ ບັນດາການປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດໂລກ, ດ້ວຍຄວາມມານະພະຍາຍາມຫຼາຍຢ່າງ ແລະ ລາຍຈ່າຍນັບແຕ່ເມື່ອ ຈີນ ເຂົ້າຮ່ວມ WTO ກ່ອນນີ້ 17 ປີ”. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ລັດຖະບານຈີນ ໄດ້ຕັດສິນໃຈເຂົ້າຮ່ວມ WTO ຍ້ອນວ່າ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການເຊື່ອມໂຍງເຂົ້າກັບໂລກາພິວັດໃນຂົງເຂດເສດຖະກິດທີ່ເໝາະສົມກັບທ່າອ່ຽງດ້ານປະຫວັດສາດ ແລະ ຊຸກຍູ້ການຄ້າເສລີ, ເປີດອົກເປີດໃຈ ເພື່ອມຸ່ງໄປເຖິງບັນດາໝາກຜົນທີ່ນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ