ຈີນ, ລັດເຊຍ ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມເປັນລະບຽບຮຽບຮ້ອຍສາກົນດ້ວຍຄວາມຍຸຕິທຳ

(VOVWORLD) - ວັນທີ 15 ສິງຫາ, ທ່ານຢ໋າງເຈ໋ຍຊື ກຳມະການຄະນະລັດຖະບານ ຈີນ  ແລະ ທ່ານ Nikolai Patrushev ເລຂາສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ

ໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັນໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍສາກົນ “ດ້ວຍຄວາມຍຸຕິທຳ ແລະ ສະເໝີພາບ”, ພ້ອມທັງ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນກໍ່ຄືໃນໂລກ. ຖະແຫຼງການໄດ້ຍົກອອກມາຢູ່ຮອບປຶກສາຫາລືຄວາມໝັ້ນຄົງຍຸດທະສາດ ລັດເຊຍ - ຈີນ ຄັ້ງທີ 14 ທີ່ພວມດຳເນີນໄປຢູ່ ມົດສະກູ.

        ທ່ານຢ໋າງເຈ໋ຍຊື ຢືນຢັນວ່າ ທັງ 2 ປະເທດຄວນຕັດສິນສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາສຳຄັນ, ເພີ່ມທະວີການຮ່ວມມືໃນຂອບເຂດຫລາຍຝ່າຍ, ພ້ອມກັນຊຸກຍູ້ມາດຕະການໃຫ້ບັນດາບັນຫາເຄັ່ງຮ້ອນໃນໂລກ. ກ່ຽວກັບການພົວພັນ 2 ຝ່າຍ, ທ່ານຢ໋າງເຈ໋ຍຊື ເນັ້ນໜັກວ່າ ຈີນ ແລະ ລັດເຊຍ ຄວນເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ ເພື່ອສາມາດນຳມາເຊິ່ງບັນດາຜົນປະໂຫຍດຢ່າງໃຫຍ່ຫລວງໃຫ້ປະຊາຊົນ 2 ປະເທດ. ສ່ວນທ່ານ Nikolai Patrushev ຢຶນຢັນວ່າ ລັດເຊຍ ພ້ອມກັບ ຈີນ ຮັກສາການຕິດຕໍ່ຂັ້ນສູງ, ເພີ່ມທະວີການສົມທົບຍຸດທະສາດ ແລະ ມານະພະຍາຍາມເພື່ອບັນລຸໄດ້ບັນດາໝາກຜົນສູງກ່ວາ ຈາກການຮ່ວມມື 2 ຝ່າຍຢ່າງແທດຈິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ