ຈີນ ຫວັງວ່າ ການເຈລະຈາ COC ຈະສໍາເລັດໃນເວລາ 03 ປີ

(VOVWORLD) - ທ່ານ ຫຼີເຄີຊຽງ ຊີ້ແຈ້ງວ່າ ໃນສອງທົດສະວັດຜ່ານມາ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)  ສວມບົດບາດສໍາຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ
ຈີນ ຫວັງວ່າ ການເຈລະຈາ  COC ຈະສໍາເລັດໃນເວລາ 03 ປີ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ (ພາບ: Reuters)

ວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ຫວັງວ່າ ການເຈລະຈາກັບ ອາຊຽນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຈະສໍາເລັດໃນຮອບເວລາ 03 ປີ. ກ່າວຄໍາເຫັນເມື່ອພວມຢູ່ຢ້ຽມຢາມສິງກະໂປ, ທ່ານ ຫຼີເຄີຊຽງ ຊີ້ແຈ້ງວ່າ ໃນສອງທົດສະວັດຜ່ານມາ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)  ສວມບົດບາດສໍາຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ຈີນຫວັງວ່າ ສິ່ງນີ້ ຈະສ້າງກາລະໂອກາດຊ່ວຍບັນລຸໄດ້ບາດກ້າວສໍາຄັນ ໃນວິວັດການປຶກສາຫາລື (COC)

ຕອບກັບ

ຂ່າວ/ບົດ​ອື່ນ